ໃນໂອກາດທີ່ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປກວດກາການບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າພະລັງງານນໍ້າຕ່າງໆຢູ່ໃນແຂວງຫຼວງພະບາງ ໃນລະຫວ່າງວັນທີ 8-9 ສິງຫານີ້, ທ່ານໄດ້ມີທິດຊີ້ນຳໃຫ້ຄະນະຮັບຜິດຊອບບັນດາເຂື່ອນຢູ່ພາຍໃນແຂວງຈົ່ງມີສະຕິ, ມີຄວາມລະມັດລະວັງໃນການບໍລິຫານຈັດການນໍ້າໜ້າເຂື່ອນ ເພື່ອຮອງຮັບປະລິມານນໍ້າທີ່ຈະເພີ່ມຂຶ້ນໃນແຕ່ລະໄລຍະ.

ໃນນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນໍາຄະນະອໍານວຍການ, ຄະນະຮັບຜິດຊອບບັນດາເຂື່ອນໄຟຟ້າພະລັງງານນໍ້າຕ່າງໆຢູ່ໃນແຂວງຫຼວງພະບາງ ເປັນຕົ້ນແມ່ນ: ເຂື່ອນໄຟຟ້ານໍ້າຄານ 2, ນໍ້າຄານ 3, ນໍ້າອູ 1 ແລະ ນໍ້າອູ 2 ແລະ ອຳນາດການປົກຄອງທ້ອງຖິ່ນຈົ່ງມີສະຕິ, ມີຄວາມລະມັດລະວັງໃນການບໍລິຫານຈັດການນໍ້າໜ້າເຂື່ອນ ເພື່ອຮອງຮັບປະລິມານນໍ້າທີ່ຈະເພີ່ມຂຶ້ນໃນແຕ່ລະໄລຍະ, ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນປະຈຳ, ຮັກສາການປ່ອຍນໍ້າໃຫ້ຢູ່ໃນລະດັບປອດໄພຈົນກວ່າລະດູຝົນຈະຜ່ານໄປ, ໃຫ້ຄະນະຮັບຜິດຊອບບັນດາເຂື່ອນກວດກາຄືນບັນດາເຕັກນິກການກໍ່ສ້າງ, ສະຖານທີ່ທີ່ມີຄວາມສ່ຽງຕ່າງໆຖ້າຫາກມີສິ່ງຜິດປົກກະຕິໃຫ້ຮີບຮ້ອນຫາວິທີແກ້ໄຂຢ່າງຮີບດ່ວນ.

ພ້ອມກັນນີ້, ກໍຕ້ອງມີສະຕິເປັນເຈົ້າການຮັກສາຄວາມປອດໄພໃນບໍລິເວນໜ້າເຂື່ອນ, ສັນເຂື່ອນ ແລະ ບໍລິເວນອື່ນໆ ພ້ອມທັງປະກອບອຸປະກອນເຕັກນິກທີ່ທັນສະໄໝເຂົ້າໃນການຮັກສາຄວາມປອດໄພຕື່ມອີກ ເປັນຕົ້ນແມ່ນກ້ອງວົງຈອນປິດ, ລະບົບເຕືອນໄພ ແລະ ສ່ວນອຳນາດການປົກຄອງທ້ອງຖິ່ນຕ້ອງເອົາໃຈໃສ່ໃນການລະດົມ ແລະ ຈັດສັນເຮືອນຊານຂອງປະຊາຊົນໃຫ້ຕັ້ງຢູ່ໃນເຂດທີ່ປອດໄພ ແລະ ບໍ່ມີຄວາມສ່ຽງ, ຍົກຍ້າຍຈໍານວນທີ່ຕັ້ງຢູ່ໃນເຂດທີ່ມີນໍ້າຖ້ວມເປັນປະຈຳໄປຢູ່ເຂດທີ່ສູງ ແລະ ປອດໄພ ເພື່ອບໍ່ໃຫ້ເກີດບັນຫາອຸທົກກະໄພຊໍ້າຊາກອີກ.

ໂອກາດດຽວກັນ, ຜູ້ອໍານວຍການແຕ່ລະເຂື່ອນກໍໄດ້ລາຍງານກ່ຽວກັບການບໍລິຫານຈັດການນໍ້າ, ການກວດຄືນບັນດາເຕັກນິກການກໍ່ສ້າງ ລວມທັງການລາຍງານລະດັບນໍ້າໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃຫ້ຮັບຮູ້ເປັນແຕ່ລະໄລຍະ ລວມໄປເຖິງການແກ້ຂ່າວທີ່ຄົນຈຳນວນໜຶ່ງສ້າງຂຶ້ນມາໃນສັງຄົມອອນລາຍກ່ຽວກັບເຂື່ອນ.

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມປະຊາຊົນບ້ານຈັດສັນສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ໄດ້ຮັບຜົນກະທົບຈາກດິນເຈື່ອນທັບເຮືອນ ອັນເນື່ອງມາຈາກຝົນຕົກແຮງ ແລະ ມີທິດຊີ້ນຳໃຫ້ພາກສ່ວນຕ່າງໆເປັນເຈົ້າການປະກອບສ່ອນຊ່ວຍເຫຼືອແກ່ເຂົາເຈົ້າຕື່ມອີກ.