ໃນວັນທີ 9 ສິງຫາ 2018, ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໄດ້ເປີດຊຸດຮຽນທິດ ສະດີການເມືອງ-ການປົກຄອງ 45 ວັນ ຮຸ່ນທີ 34 ໃຫ້ພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ; ເປັນປະທານໂດຍ ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ແລະ ມີ ພັທ ຄຳໄມ ແກ່ນຄຳຈັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ພ້ອມດ້ວຍບັດດານັກສຳມະນາກ່ອນເຂົ້າຮ່ວມ.

ທ່ານ ພູເຂົາເງິນ ອິນທະວົງ ກ່າວວ່າ: ຫຼັກສູດການຮຽນ-ການບໍາລຸງໃນຄັ້ງນີ້, ຈະດຳເນີນການຮຽນ-ການສອນ 45 ວັນ ມີນັກສຳມະນາກອນທັງໝົດ 49 ຄົນ ຍິງ 13 ຄົນ, ມີ 5 ກຸ່ມວິຊາຄື: ກຸ່ມວິຊາຮຽນອົບຮົມປັດຊະຍາມາກ-ເລນິນ ມີ 8 ບົດ, ກຸ່ມວິຊາເສດຖະສາດການ ເມືອງ ມີ 10 ບົດ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ກຸ່ມວິຊາບໍລິຫານ ມີ 8 ບົດ, ກຸ່ມວິຊາກໍ່ສ້າງພັກ ມີ 6 ບົດ; ໃນນັ້ນ, ມີວິຊາກໍ່ ສ້າງພັກຂອງກຳລັງ ປກສ ມີ 1 ບົດ ລວມທັງໝົດ ມີ 40 ບົດ, ມີ 244 ຊົ່ວ ໂມງ ແລະ ຊົ່ວໂມງບັນຍາຍມີ 165 ຊົ່ວໂມງ, ສໍາມະນາໜ່ວຍມີ 8 ຊົ່ວ ໂມງ, ສໍາມະນາຫ້ອງມີ 20 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈມີ 17 ຊົ່ວໂມງ, ຂຽນບົດເກັບກ່ຽວແຕ່ລະກຸ່ມວິຊາ 20 ຊົ່ວໂມງ ແລະ ລົງປະຕິບັດຕົວຈິງ 7 ຊົ່ວໂມງ.

ໃນຕອນທ້າຍພິທີ, ທ່ານໄດ້ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຮໍ່າຮຽນເອົາຄວາມຮູ້-ຄວາມສາມາດທີ່ຄູ-ອາຈານໄດ້ສິດສອນ, ກໍາໃຫ້ໄດ້ບົດຮຽນ ແລະ ວິທີປະຕິບັດຕົວຈິງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຕົວຈິງ ໃຫ້ມີປະສິດທິຜົນດີຂຶ້ນເລື້ອຍໆ ເພື່ອເຮັດໃຫ້ທົ່ວແຂວງມີຄວາມສະຫງົບ-ປອດໄພ ແລະ ສ້າງໃຫ້ໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.