ຫ້ອງພະລາທິການ ປກສ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພະລາທິການ ປະ ຈໍາ 6 ເດືອນຕົ້ນປີ 2018; ໃນວັນທີ 8 ສິງຫາ 2018 ເປັນປະທານໂດຍ ພັທ ສົມຄິດ ໄຊສົງຄາມ ຫົວໜ້າຫ້ອງພະລາທິການ, ມີຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ໜ່ວຍງານ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງເຂົ້າຮ່ວມ.

ພັທ ຈັນເພັງ ຫຼ້າວິໄລ ຮອງຫົວໜ້າຫ້ອງພະລາທິການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານພະລາ ທິການວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະຫ້ອງ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາພະນັກງານ-ນັກຮົບເຄື່ອນໄຫວເຮັດໜ້າ ທີ່ວຽກງານດ້ານຕ່າງໆ ແລະ ສາມາດຍາດໄດ້ຜົນງານຫຼາຍດ້ານເຊັ່ນ: ຮັບເງິນຄ່າທໍານຽມຕ່າງໆໄດ້ 347.432.000 ກີບ, ຮັບເງິນຄ່າບໍລິການ 480.352.000 ກີບ, ຮັບເງິນເດືອນ ແລະ ເງິນອຸດໜູນໄດ້ 21.739.600.000 ກີບ, ຮັບເງິນນະໂຍບາຍຊ່ວຍໜູນ 1.832.936.000 ກີບ, ເງິນບໍລິຫານປົກກະຕິ 1.201.630.000 ກີບ, ຮັບເງິນດັດສົມສົ່ງເສີມ 82.000.000 ກີບ, ກວດກາແຜນລາຍຮັບບໍລິຫານຕ່າງໆ ໄດ້ 21 ສະບັບ, ຈໍານວນ 517.400.000 ກີບ, ກວດກາແຜນລາຍຈ່າຍ 890 ສະບັບ ຈໍານວນເງິນ 21.107.557.810 ກີບ, ສະຫຼຸບສັງລວມລາຍຮັບ-ລາຍຈ່າຍໃນ 6 ເດືອນຜ່ານມາ ມີລາຍຮັບທັງໝົດ 30.386.863.700 ກີບ, ເງິນບາດ 20.247 ບາດ, ເງິນໂດລາ 3.670 ໂດ ລາ, ເງິນດົ່ງ 2. 000.000 ດົ່ງ, ລາຍຈ່າຍທັງໝົດ 29.971.369.208 ກີບ, ຮັບເຂົ້າອັດຕາກິນພະນັກງານ-ນັກຮົບ ໄດ້ 132.210 ກິໂລກຼາມ, ຮັບເຄື່ອງນຸ່ງ ເບີກ-ຈ່າຍໃຫ້ພະນັກງານ-ນັກຮົບໄດ້ 48 ລາຍການ, ຂັບລົດຮັບໃຊ້ການນໍາ, ບໍລິຫານ, ວຽກນະໂຍບາຍຕ່າງໆໄດ້ 135 ຄັ້ງ, ຂຶ້ນແຜນຂໍເງິນນໍ້ຳມັນໄປວຽກບໍລິຫານ ແລະ ວຽກງານວິຊາສະເພາະຕ່າງໆ ຈໍານວນ 181.216.000 ກີບ, ຂຶ້ນແຜນສ້ອມແປງພາຫະນະໄດ້ 23 ຄັ້ງ, ຂຶ້ນແຜນກໍ່ສ້າງຄ້າຍຄຸມຂັງໜອງດົງ, ຫ້ອງການ ປກສ ເມືອງທ່າພະບາດຫຼັງໃໝ່ ແລະ ຕຶກ 3 ຊັ້ນຫ້ອງການ ປກສ ແຂວງ ຢູ່ຄ້າຍເກົ່າ, ຖອນອັດຕາກິນຄົນເຈັບນອນໂຮງໝໍ ໄດ້ 8.980.000 ກີບ, ກວດສຸຂະພາບໃຫ້ພະນັກງານ-ນັກຮົບ ແລະ ນັກໂທດ-ຜູ້ຖືກຫາໄດ້ 1.557 ຄົນ, ສ້ອມແປງໂຮງໝໍ 10 ຕຽງ ໄດ້ສໍາເລັດ, ສ້ອມແປງຫ້ອງນໍ້ຳຄ້າຍໃໝ່ຈໍານວນ 9.500.000 ກີບ, ຊຳລະຄ່າກະແສໄຟຟ້າ ປີ 2017 ມູນຄ່າ 261.000.000 ກີບ, ຊໍາລະຄ່ານໍ້າປະປາ ມູນຄ່າ 47.215.000 ກີບ, ອອກແຮງງານລວມ ໄດ້ 19 ຄັ້ງ, ປະກອບສ່ວນເຂົ້າ ໃນຂະບວນການກິລາວັນສໍາຄັນຕ່າງໆ ຂອງຊາດຂອງພັກໄດ້ 6 ຄັ້ງ, ສະເໜີເລື່ອນຊັ້ນໃຫ້ພະນັກງານ-ນັກຮົບໄດ້ 8 ສະຫາຍ, ເອົາພະນັກງານໄປຝຶກອົບຮົມວິຊາສະເພາະໄລຍະສັ້ນ 15 ວັນ ໄດ້ 1 ຄັ້ງ ມີ 19 ສະຫາຍ, ໄປບໍາລຸງທິດສະດີ 45 ວັນ ຈໍານວນ 5 ສະຫາຍ ຍິງ 3 ສະຫາຍ.

ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງພະລາທິການ ວ່າດ້ວຍການແຕ່ງຕັ້ງພະນັກງານຫ້ອງພະລາທິ ໃນການໄປເກັບລາຍຮັບຢູ່ຫ້ອງຕໍາຫຼວດ ແລະ ຫ້ອງສັນຕິບານ ຈໍານວນ 2 ສະຫາຍ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານຊ່ວຍວຽກພາຍໃນຫ້ອງ ຈໍານວນ 7 ສະຫາຍ ຍິງ 5 ສະຫາຍ.