ຄະນະພັກຮາກຖານຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ປະຈຳປີ 2018, ໃນວັນທີ 6 ສິງຫາ 2018, ເປັນປະທານໂດຍ ພັທ ດວງຈັນ ໄຊວຸດ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ແລະ ເຂົ້າຮ່ວມໂດຍ ພັທ ສີວອນ ໄຊຍະວົງ ຄະນະພັກກອງບັນຊາການ ຮອງກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ນັກຮົບຈາກຫ້ອງສັນຕິບານເຂົ້າຮ່ວມ.

ພັທ ດວງຈັນ ໄຊວຸດ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກຮາກຖານ ຫ້ອງສັນຕິບານໄດ້ນຳພາວຽກງານການ ເມືອງ-ແນວຄິດ ໂດຍໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນ ປົກກະຕິ; ເຊິ່ງອີງໃສ່ຜົນສຳເລັດຂອງບັ້ນ ດຳເນີນຊີວິດການເມືອງ ປົວແປງພັກປີ ຜ່ານມາເປັນບ່ອນອີງໃນການສຶກສາອົບຮົມ ແລະ ຮ່ວມຊີວິດຂອງໜ່ວຍພັກ, ຮາກຖານພັກ ທັງເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບ ເປັນຂີດໝາຍລວມຂອງການເກັບກ່ຽວບັນດາຜົນງານລວມທັງໜ້າທີ່ການເມືອງ, ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຂອງແຕ່ລະສະຫາຍພາຍໃນຫ້ອງສັນຕິບານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລ ຍະ 1 ປີຜ່ານມາ ກໍເປັນຂີດໝາຍບັ້ນຮົບທົດສອບນັບທັງຄວາມຮູ້-ຄວາມສາມາດ, ເຕັກນິກໄຫວພິບດ້ານປະລິມານ ແລະ ຄຸນນະພາບ.

ໃນກອງປະຊຸມ, ພັທ ສີວອນ ໄຊຍະວົງ ໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ-ນັກຮົບກຳແໜ້ນແນວທາງນະໂຍບາຍຂອງພັກ, ມີຄຸນທາດການເມືອງ ໜັກແໜ້ນ, ເປັນບັນຫາພື້ນຖານ ແລະ ຮີບດ່ວນທີ່ສຸດ; ສະມາຊິກພັກ, ພະນັກງານ-ນັກຮົບທີ່ຕ້ອງໄດ້ຝຶກຝົນຫໍ່ຼຫຼອມ, ຊອກຮູ້ຮໍ່າຮຽນ, ມີແບບແຜນວິທີເຮັດວຽກ, ແບບແຜນການນໍາພາ-ບັນຊາທີ່ຖືກຕ້ອງ ແລະ ສອດຄ່ອງ, ເຄົາລົບລະບຽບກົດໝາຍຂອງລັດ ກໍຄືລະບຽບວິໄນຂອງກຳລັງໃຫ້ເຂັ້ມງວດ ກາຍເປັນ ກຳລັງທີ່ໄວ້ເນື້ອເຊື່ອໃຈຈາກປະຊາຊົນ, ຮູ້ເຕົ້າໂຮມປຸກລະດົມທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງກວ້າງຂວາງ, ມີນໍ້າໃຈເສຍສະລະ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.

ພາຍຫຼັງໄດ້ຮັບເຊື່ອມຊຶມເອກະສານໃນຄັ້ງນີ້, ຍັງໄດ້ຮັບຟັງການແນະນໍາວິທີການດ້ານຕ່າງໆ ລວມທັງການສຳຫຼວດກວດກາ, ຕີລາຄາ, ຕຳນິຕິຊົມຊ່ວຍເຫຼືອເຊິ່ງກັນແລະກັນຂອງໝູ່ຄະນະແຕ່ລະກໍລະນີທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມທັງໄດ້ຈັດແບ່ງປະເພດຂອງແຕ່ລະສະຫາຍ ແລະ ຈັດແບ່ງຈຸ, ໜ່ວຍເພື່ອຜ່ານໃບສຳຫຼວດ.