ໜ້າຫຼັກ Tags ຄະນະບໍລິຫານງານສູນກາງພັກ

Tag: ຄະນະບໍລິຫານງານສູນກາງພັກ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາ ໃນການຊີ້ນໍາ-ນໍາພາຮອບດ້ານຂອງ ຄະນະບໍລິຫານງານສູນກາງພັກ

ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງການເງິນ ເນັ້ນໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ກະຊວງການເງິນ ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມ-ກວດກາ, ປະກອບຄໍາຄິດຄໍາເຫັນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືຊອກທິດທາງແກ້ໄຂບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ໃນໂອກາດທີ່ທ່ານເຂົ້າຮ່ວມເປັນປະທານ ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ຄັ້ງທີ...

ກະຊວງ ວຕ ເຊື່ອມຊຶມມະຕິ-ຄໍາສັ່ງຂອງສູນກາງພັກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ວຕ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄະນະບໍລິຫານງານສູນກາງພັກ ແລະ ຄໍາສັ່ງຄະນະເລຂາທິການສູນກາງພັກ ໃນວັນທີ 31 ກໍລະກົດ 2018 ໂດຍການເຜີຍແຜ່ຂອງ ສະຫາຍ ສຈ ປອ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຄະນະພັກກະຊວງ, ກົມ,...

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X

ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ ຂຶ້ນໃນວັນທີ 19-20 ກໍລະກົດ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີກໍາມະການກົມການເມືອງສູນກາງພັກ,...