ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຂອງພັກ ຂຶ້ນໃນວັນທີ 19-20 ກໍລະກົດ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ນະຄອນຫຼວງວຽງຈັນ, ເລຂາ-ຮອງເລຂາຄະນະພັກກະຊວງ, ອົງການ, ເຈົ້າແຂວງ-ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ, ເລຂາພັກເມືອງ, ເຈົ້າເມືອງ, ຄະນະພັກຈາກພາກສ່ວນຕ່າງໆທົ່ວປະເທດເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ເປັນກອງປະຊຸມທີ່ມີຄວາມມາຍສໍາຄັນເປັນພິເສດໃນການນໍາພາຊີ້ນໍາຂອງສູນກາງພັກ ເຊິ່ງໄດ້ຕີລາຄາຢ່າງພາວະວິໄສ ແລະ ກວມລວມທີ່ສຸດຕໍ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໄລຍະ 2 ປີຜ່ານມາ ທັງດ້ານດີ, ຜົນສໍາເລັດ ແລະ ບົດຮຽນຈໍານວນໜຶ່ງ ໃນການນໍາພາຊີ້ນໍາຂອງສູນກາງພັກ ກໍຄືຂອງຄະນະພັກແຕ່ລະຂັ້ນ. ພ້ອມນັ້ນ, ກໍຊີ້ນໍາໃຫ້ເຫັນບັນຫາທີ່ຄົງຄ້າງ ແລະ ສິ່ງທີ່ຕ້ອງສືບຕໍ່ເພີ່ມທະວີການນໍາພາຊີ້ນໍາໃນຊຸມປີຕໍ່ໜ້າ. ກອງປະຊຸມ ຍັງໄດ້ຮັບຮອງເອົາມະຕິວ່າດ້ວຍ ການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຊິ່ງເປັນບັນຫາສໍາຄັນໜຶ່ງໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກ່ຽວກັບການສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ດ້ວຍກົດໝາຍ. ບົນຈິດໃຈນັ້ນ, ຄະນະຮັບຜິດຊອບຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X ຈຶ່ງໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານກ່ຽວຂ້ອງສໍາຄັນ ຄື:

ຄໍາສັ່ງແນະນໍາຂອງຄະນະຮັບຜິດຊອບຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໄລຍະຜ່ານມາ ແລະ ບາງໜ້າທີ່ຈຸດສຸມໃນຕໍ່ໜ້າ, ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ 6 ສະໄໝທີ X, ມະຕິຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍ ການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ສະບັບເລກທີ 04/ຄລສພ, ລົງວັນທີ 07/5/2018.