ໃນວັນທີ 13 ກໍລະກົດ 2018, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ເຂົ້າຈັບກຸມພວກຄ້າຂາຍຢາເສບຕິດ ໄດ້ 4 ຄົນ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດຕະຫຼາດເຊ ໂນເມືອງອຸ ທຸມພອນ ພ້ອມຂອງກາງຢາບ້າ ຈຳນວນ 30.000 ເມັດ ໄປສອບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ກອງແພງ ອາຍຸ 38 ປີ ພະນັກງານຢູ່ບ້ານຜັກຂະ ເມືອງຄູນຄຳ ແຂວງຄຳມ່ວນ, ທ້າວ ຄຳຫຼ້າ ອາຍຸ 27 ປີ ບ້ານຄູນຄຳ ເມືອງເມືອງຄູນຄຳ ແຂວງຄຳມ່ວນ, ທ້າວ ອ່ອນ ອາຍຸ 40 ປີ ຢູ່ບ້ານໂພນງາມ ເມືອງໄຊຈຳພອນ ແຂວງສະຫວັນນະເຂດ ແລະ ທ້າວ ແຫຼ້ ອາຍຸ 26 ປີ ຢູ່ບ້ານທົ່ງນາປີ ເມືອງປາກກະດິງ ແຂວງບໍລິຄຳໄຊ. ເບື້ອງຕົ້ນໄດ້ຮັບລາຍງານຈາກແຫຼ່ງຂ່າວວ່າ: ມີກຸ່ມ ຄົນຈຳນວນໜຶ່ງເຄື່ອນໄຫວຊື້-ຂາຍຢາເສບຕິດຢູ່ ເສັ້ນທາງເລກທີ 13 ໃຕ້ ເຂດຕະຫຼາດເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ. ຈາກນັ້ນ, ໄດ້ແຕ່ງ  ຕັ້ງເຈົ້າໜ້າທີ່ວິຊາສະ ເພາະລົງໄປຕິດຕາມເປົ້າໝາຍດັ່ງກ່າວ. ຜ່ານການຕິດຕາມຮອດເວລາ ປະມານ 23:00 ໂມງ ຂອງ ວັນທີ 13 ກໍລະກົດ 2018, ເຫັນກຸ່ມເປົ້າໝາຍເຄື່ອນໄຫວ 4 ຄົນ ພ້ອມຂອງກາງຢາບ້າຈຳນວນ 15 ມັດ ເທົ່າກັບ 30.000 ເມັດ, ໂທລະສັບມືຖື 6 ເຄື່ອງ, ປືນ CP ( ປືນເຊເປ ) 1 ກະບອກ ພ້ອມລູກກະສຸນ ຈຳນວນ 8 ລູກ ແລະ ລົດໃຫຍ່ 2 ຄັນ.

ຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນ ຕອນຂອງການສືບສວນ-ສອບ ສວນຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການດຽວກັນຕິດຕາມຈັບຕົວມາດຳເນີນຄະດີຕາມກົດໝາຍ.