ກາງເດືອນກໍລະກົດທີ່ຜ່ານມາ, ຄະນະຜູ້ແທນອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ແຫ່ງສາທາລະ ນະລັດສັງຄົມນິຍົມຫວຽດນາມ ປະຈຳ ສປປ ລາວ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ນຳພາໂດຍ ພົຈວ ຮວ່າງກວາງເຫືອງ ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ຕ້ອນຮັບໂດຍ ພັອ ຄໍາພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂດຍມີຄະນະພັກ, ຄະນະບັນຊາພາຍໃນກອງບັນຊາການຂົ້າຮວມ.

ພັອ ຄຳພົນ ສີຫາປັນຍາ ໄດ້ລາຍງາຍສະພາບໂດຍຫຍໍ້ເປັນຕົ້ນແມ່ນຈຸດພິເສດ, ທີ່ຕັ້ງຂອງແຂວງ, ວຽກງານທີ່ ພົວພັນເຖິງເສດຖະກິດ, ການເມືອງ ແລະ ວັດທະນະທຳ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ພົວພັນເຖິງຄວາມສະຫງົບຂອງສອງປະເທດລາວ-ຫວຽດນາມ, ໂດຍສະເພາະການລະເມີດລະບຽບກົດໝາຍຢູ່ທ້ອງຖິ່ນ ແລະ ວຽກງານພົວພັນຮ່ວມມືກັບບັນດາກອງບັນຊາການຕຳຫຼວດແຂວງທ້ອງຖິ່ນ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ. ດັ່ງນັ້ນ, ຜູ້ແທນທັງສອງຝ່າຍໄດ້ປຶກສາຫາລືຮ່ວມມືກັນສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນຂອງສອງປະເທດ ໃຫ້ເປັນລະບຽບຮຽບຮ້ອຍ; ໃນຕໍ່ໜ້າທັງສອງຝ່າຍຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ເພື່ອເຮັດໃຫ້ການປະສານງານມີຄວາມວ່ອງໄວ ແລະ ທັນຕໍ່ສະພາບການ; ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ພົນລະເມືອງຂອງສອງປະເທດທີ່ຢູ່ລຽບຕາມຊາຍແດນ ໃຫ້ເຄົາລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດຢ່າງເລິກເຊິ່ງ ພ້ອມທັງປະຕິບັດຫຼັກການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງ ປະເທດ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ແລະ ມີຄວາມປອດໄພ.

ຫຼັງຈາກນັ້ນ, ພົຈວ ຮວ່າງກວາງເຫືອງ ໄດ້ເຂົ້າພົບປະຢ້ຽມຢາມເຮັດວຽກນຳ ທ່ານ ສັນຕິພາບ ພົມວິຫານ ກຳ ມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ໃນໂອກາດດັ່ງກ່າວ ພົຈວ ຮວ່າງກວາງເຫືອງ ໄດ້ລາຍງານຜົນສຳເລັດຂອງທ່ານ ທີ່ໄດ້ມາເຮັດວຽກຢູ່ກອງບັນຊາການ ປກສ ແຂວງ ໃນຄັ້ງນີ້ ຢ່າງຈົບງາມ; ຈາກນັ້ນ, ທ່ານເຈົ້າແຂວງໆສະຫວັນນະເຂດ ໄດ້ສະແດງຄວາມຂອບໃຈທີ່ຄະນະຜູ້ແທນອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ທີ່ມາຢ້ຽມຢາມຖາມຂ່າວ ແລະ ອວຍພອນ ພ້ອມທັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນແລະກັນ ເພື່ອສະແດງເຖິງຄວາມສາມັກຄີຮັກແພງ ແລະ ສາຍພົວພັນມິດຕະພາບທີ່ດີຕໍ່ກັນຕະຫຼອດໄລຍະຜ່ານມາຢ່າງບໍ່ມີວັນຈາງຫາຍ.