ການສໍ້ໂສງຊັບພົນລະເມືອງ ເປັນໜຶ່ງໃນປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນສັງຄົມປັດຈຸບັນ. ອີກປະກົດການໜຶ່ງກໍຄື  ການກູ້ຢື່ມຊັບສິນຂອງຄົນອື່ນແລ້ວບໍ່ສົ່ງ; ຮ້າຍແຮງກວ່ານັ້ນ, ຍັງເອົາໄປຂາຍຕໍ່. ບັນຫາດັ່ງກ່າວ, ສ່ວນຫຼາຍຈະເກີດຂຶ້ນໃນກຸ່ມໄວລຸ້ນທີ່ເປັນໝູ່ຕໍ່ໝູ່ ຫຼື ຄົນໃກ້ຊິດກັນ.

ດັ່ງໃນຄະດີລາຍນີ້, ເຈົ້າໜ້າທີ່ ປກສ ເມືອງ  ສີສັນະນາກ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າຈາກ ທ້າວ ໄຊສົມບັດ ອາຍຸ 26 ປີ ພັກເຊົາຢູ່ບ້ານເກົ້າຍອດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນວ່າ:ໃນວັນທີ 1 ກໍລະກົດ 2018 ທ້າວ ບຸດເລີດ ອາຍຸ 23 ປີ ບ້ານສະພານທອງໄຕ້ ເມືອງສີສັດຕະນາກໄດ້ຢືມລົດຈັກເວບ 100 ສີຟ້າດໍາ ຫຼາຍເລກທະບຽນ ດບ 5547 ກໍາແພງນະຄອນແຕ່ ບໍ່ເອົາມາສົ່ງ; ຕິດຕໍ່ຫາກໍບໍ່ໄດ້.

ຈາກນັ້ນ, ເຈົ້າໜ້າທີ່ຈິ່ງ ແຕ່ງຕັ້ງກໍາລັງວິຊາສະເພາະ ປະສານກັບອໍານາດການປົກຄອງບ້ານບ້ານເກົ່າຍອດ ເພື່ອຕິດຕາມຫາ ທ້າວ ບຸດເລີດ. ຜ່ານການຕິດຕາມຮອດວັນທີ 5 ກໍລະກົດ 2018 ຈິ່ງຈັບຕົວໄດ້ ໄປດໍາເນີນການສອບສວນ.

ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ: ໃນວັນທີ 1 ກໍລະກົດ 2018 ໄດ້ໄປຫຼີ້ນນໍາທ້າວ ໄຊສົມບັດ ຢູ່ບ້ານເກົ້າຍອດ. ກ່ອນກັບບ້ານໄດ້ໃຊ້ເລລຽມຕົວຢືມລົດຈັກເວບ 100 ໂດຍອ້າງວ່າຈະໄປຊື້ແນວກິນ.  ພາຍຫຼັງຢືກລົດຈັກໄດ້,  ກໍຂີ່ກັບໄປເຮືອນ ແລ້ວເອົາໄປຂາຍໃຫ້ກັບທ້າວ ຕ້ອມ ໄດ້ເງິນ 2.800.000 ກີບ.

ເຈົ້າໜ້າທີ່ເວົ້າວ່າ ຜ່ານມາ ທ້າວ ບຸນເລີດ ເຄີຍເຄື່ອນໄຫວລັກຊັບ, ສໍ້ໂກງຊັບຂອງພົນລະເມືອງ ແລະ ຊື້ຊັບຜິດກົດໝາຍຢູ່ພາຍໃນນະຄອນຫຼວງວຽງຈັນ ມາແລ້ວຫຼາຍຄັ້ງ ເຊັ່ນ:  ໃນວັນທີ 26 ມິຖຸນາ 2018 ເວລາປະມານ 3:ໂມງ ໄດ້ຍ່າງໄປຊອກຫາລັກລົດຈັກ ຢູ່ບ້ານໂພນປ່າເປົ້າ ພໍຢ່າງໄປຮອດເຫັນລົດຈັກຄິກໄອຈອດໄວ້ຢູ່ກ້ອງເຮືອນຫຼັງໜຶ່ງ ແລ້ວຍ່າງເຂົ້າໄປໃຊ້ເຫຼັກແຫຼມງັດກຸນແຈລົດ ແລ້ວຈູງອອກໄປນອກທາງ. ຈາກນັ້ນ, ກໍປົດສາຍສະວິດໄຟເພື່ອຕິດຈັກລົດ. ເມື່ອໄດ້ແລ້ວ ກໍຂີ່ເອົາໄປຂາຍໃຫ້ຜູ້ຮ່ວມຂະບວນການນໍາກັນ.

ວັນທີ 4 ກໍລະກົດ 2018ໄດ້ໄປລັກລົດຈັກເວບ 100 ສີແດງດໍາ ໝາຍເລກທະບຽນ ດມ 1806 ກໍາແພງນະຄອນ ຈອດໄວຂ້າງຫ້ອງແຖວ ບ້ານໂພນສະຫວັນໄຕ້ ແລ້ວຈ່ມາໄວ້ຢູ່ເຮືອນ ເພືອເອົາໄວ້ຂາຍ ຮອດວັນທີ 5 ກໍລະກົດ 2018 ເຈົ້າໜ້າທີ່ຕໍາຫຼວດ ຈິ່ງເຂົ້າຈັບຕົວຢູ່ເຮືອນ. ພ້ອມທັງຕິດຕາມເກັບກູ້ບັດາລົດຈັກທີ່ ທ້າວ ບຸດເລີດ ລັກໄປຂາຍໃນໄລຍະຜ່ານມາ ໄດ້ທັງໝົດ 9 ຄັນ, ໃນນີ້ ລົດຈັກເວບ 100 ມີ 5 ຄັນ, ລົດຈັກຟີໂນ, ລົດຄຼິກໄອ, ລົດຈັກເທນາ ແລະ ລົດຈັກກີໄວ ຢ່າງລະ 1 ຄັນ.

ມາວັນທີ 19 ກໍລະກົດ 2018, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ມອບລົດຈັກຈໍານວນດັ່ງກ່າວ ຄືນໃຫ້ເຈົ້າຂອງເດີມ; ກ່າວມອບໂດຍ ພັທ ອິນພອນ ບຸນພະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ.