ພິທີເປີດບັ້ນດຳເນີນຊີວິດການເມືອງ ທົ່ວກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ໄດ້ຈັດຂຶ້ນວັນທີ 18 ກໍລະກົດ 2018, ພາຍໃຕ້ການເປັນປະທານຂອງ ພັທ ສີວອນ ໄຊຍະວົງ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານການເມືອງ ແລະ ຫ້ອງ 509 ປກສ ແຂວງ, ມີບັນດາສະຫາຍໃນຄະນະພັກ-ຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ນັກຮົບຈາກຫ້ອງ, ກອງ, ຄ້າຍ, ໂຮງຮຽນ ທົ່ວກອງບັນຊາການປ້ອງກັນຄວາມສະຫງົບແຂວງອຸດົມໄຊ ເຂົ້າຮ່ວມ.

ໃນພິທີ, ພັທ ສີວອນ ໄຊຍະວົງ ໄດ້ກ່າວວ່າ: ການເປີດບັ້ນດຳເນີນນຊີວິດການເມືອງ ປະຈຳປີ 2018 ເປັນຂີດໝາຍລວມຂອງການເກັບກ່ຽວບັນດາໝາກຜົນ ແລະ ຜົນງານ ລວມທັງໜ້າທີ່ການເມືອງ, ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍຂອງແຕ່ລະສະຫາຍໃນກໍາລັງ ປກສ ແຂວງອຸດົມໄຊ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະຜ່ານມາ ທັງເປັນຂີດໝາຍບັ້ນຮົບທົດສອບນັບທັງຄວາມຮູ້-ຄວາມສາມາດ, ເຕັກນິກໄຫວພິບດ້ານປະລິມານ ແລະ ຄຸນນະພາບ; ພາຍຫຼັງໄດ້ຮັບຟັງການເຊື່ອມຊຶມບັນດາເອກະສານທີ່ໄດ້ນຳມາເຜີຍແຜ່ຜັນຂະຫຍາຍໃນຄັ້ງນີ້ແລ້ວ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈົ່ງພ້ອມກັນກຳແໜ້ນ ແລະ ປຽບທຽບຄືນຕໍ່ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດວຽກງານຂອງແຕ່ລະສະຫາຍໃນດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ເພື່ອສືບຕໍ່ປັບປຸງ ແລະ ແກ້ໄຂໃນຊີວິດສ່ວນຕົວ ກໍຄືກົມກອງໃຫ້ນັບມື້ກ້າວໜ້າ, ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.

ຈາກນັ້ນ, ກໍໄດ້ເຜີຍແຜ່ບັນດາເອກະສານ, ມູນເຊື້ອທີ່ສຳຄັນຂອງພັກຂອງຊາດ ແລະ ຂອງກຳລັງ ປກສ ເປັນຕົ້ນແມ່ນເອກະສານ ເລກທີ 032/ກມສພ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ, ເອກະສານການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ບັນດາແຈ້ງການແນະຄຳສັ່ງຕື່ມອີກ.

ພາຍຫຼັງຮັບຟັງ ແລະ ເຊື່ອມຊຶມເອກະສານໃນຄັ້ງນີ້, ຍັງໄດ້ຮັບຟັງການແນະນໍາວິທີການດ້ານຕ່າງໆ ລວມທັງການສຳຫຼວດກວດກາຕີລາຄ່າ, ການຕຳນິຕິຊົມຊ່ວຍເຫຼືອຂອງໝູ່ຄະນະແຕ່ລະກໍລະນີ ແລະ ການຈັດແບ່ງປະເພດຂອງ ແຕ່ລະສະຫາຍ ພ້ອມນັ້ນກໍຍັງຈະມີການຈັດແບ່ງຈຸ, ໜ່ວຍຜ່ານໃບສຳຫຼວດຕື່ມອີກ.