ໃນວັນທີ 11 ກໍລະກົດ 2018, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນ ຕັດອິດສາລະພາບ ທ້າວ ບົວສີ ອາຍຸ 20 ປີ ຢູ່ບ້ານ ນາໂຮມ ເມືອງຮຸນ ແຂວງອຸດົມໄຊ  2 ປີ 6 ເດືອນ ພ້ອມທັງປັບໃໝ 200.000 ກີບ ໃນສະຖານ ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ ແຕ່ໃຫ້ປະຕິບັດໂທດຕົວຈິງ ສາມເດືອນ ສິບວັນ ສ່ວນເຫຼືອແມ່ນພາກໂທດໄວ້ ໂດຍມີເງື່ອນໄຂ.

ຄະະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຜ່ານການຄົ້ນຄວ້າ ບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງ ທີ່ມີຢູ່ໃນສຳນວນຄະດີ ພ້ອມທັງໄຕສ່ວນຢູ່ທີ່ປະຊຸມສານເພີມເຕີມ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານພາວະວິໄສແລ້ວ ເຫັນວ່າ: ການກະທຳຂອງຈຳເລີຍ ເປັນການກະທຳຜິດຕາມຂໍ້ກ່າວຫາແທ້ ເຊິ່ງມັນສະແດງອອກຕາມບົດບັນທຶກການຊັນນະສູດວັດແທກສະຖານທີ່ເກີດເຫດ ສະບັບລົງວັນທີ 10 ເມສາ 2018 ຢັ້ງຢືນວ່າ ຈໍາເລີຍ ເປັນຜູ້ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ ເນື່ອງຈາກວ່າ ຂັບຂີ່ລົດບໍ່ແນບກໍ້າຂວາຂອງຕົນ ແລະ ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ ຈຳເລີຍ ກໍໃຫ້ການຮັບສາລະພາບຕາມບົດບັນທຶກລົງວັນທີ 7 ເມສາ 2018 ແລະ ບົດບັນທຶກ ວັນທີ 11 ເມສາ 2018 ວ່າ: ໃນເວລາ 21:ໂມງ ຂອງວັນທີ 6 ເມສາ 2018 ຈໍາເລີຍພ້ອມກັບໝູ່  3 ຄົນ ຊື່ ທ້າວ ມ້າວຕີ, ທ້າວ ໄຊ ແລະ ທ້າວ ດາວລອຍ ພາກັນໄປດື່ມເບຍຈົນຮອດ 23ໂມງ  ແລ້ວພາກັນໄປດຶ່ມເບຍຕໍ່ຢູ່ຮ້ານອາຫານ ບ້ານ ໂພນສະຫວັນ ເມືອງຮຸນ ພ້ອມທັງດື່ມເບຍ ຮອດເວລາ 1:00 ໂມງ ຂອງວັນທີ 7 ເມສາ 2018.

ຈາກນັ້ນ, ຈໍາເລີຍໄດ້ຂັບລົດ ເປັນລົດຫຍີຫໍ້ເດຫັນ ໝາຍເລກທະບຽນ ກກ 8008 ກຳແພງນະຄອນ ໄປສົ່ງທ້າວ ໄຊ ຢູ່ໂຮງຮຽນນາຍສິບ ບ້ານແຟນ ເມືອງຮຸນ ໂດຍໃຊ້ຄວາມໄວປະມານ 40-50 ກິໂລແມັດຕໍ່ຊົ່ວໂມງ. ພໍຂັບຂີ່ຮອດເຂດບ້ານ ນາໂຮມ ເມືອງຮຸນ ເກີດອຸບັດເຫດ ຕຳກັບລົດຈັກເວບ 100 ສີຂາວ ໝາຍເລກທະບຽນ ຈຈ 0633 ອຸດົມໄຊ ຂັບຂີ້ໂດຍທ້າວ ຮົວຊົງ ໂດຍລາກເອົາລົດຈັກ ແລະ ຜູ້ຂັບຂີ່ ໄປປະມານ 19 ແມັດ ເຮັດໃຫ້ທ້າວ ຮົວຊົງ ເສຍຊີວິດຄ່າທີ່. ແຕ່ຈໍາເລີຍໄດ້ເອົາຕົວລົບໜີຮອດເວລາ 8:00 ໂມງ ເຈົ້າໜ້າທີ່ຈຶງໄດ້ກັກຕົວໄປດຳເນີນຄະດີ ແລະ ຈຳເລີຍກໍໄດ້ຕົກລົງຮັບໃຊ້ແທ່ນຄ່າເສຍຫາຍເປັນທີ່ຮຽບຮ້ອຍແລ້ວ ທີ່ທາງໂຈດທາງແພ່ງຮຽກຮອງມາຈຳນວນ 96.000.000 ກີບ.

ດ້ວຍເຫດ ແລະ ຝົນດັ່ງກ່າວ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງ ລົງໂທດຕັດອິດສະຫຼະພາບ 2 ປີ 6 ເດືອນ ປັບໃໝ 200.000 ກີບ ໃຫ້ ຈໍາເລີຍປະຕິບັດໂທດຕັດອິດສາລະພາບສາມເດືອນ ສິບວັນ.ສ່ວນໂທດຕັດອິດສາລະພາບທີ່ຍັງເຫຼືອ 2 ປີ 3 ເດືອນ 20 ວັນ ພາກໄວ້. ການພາກໂທດແມ່ນການໂຈະປະຕິບັດໂທດນີ້ໄວ້ເປັນເວລາ 5 ປີ, ຖ້າພາຍໃນກໍານົດດັ່ງກ່າວ ຈໍາເລີຍຫາກບໍໄປກະທໍາຜິດໃໝ່ ໂດຍເຈດຕະນາອີກ ໂທດທີ່ພາກໄວ້ ກໍຈະຕົກໄປ.  ແຕ່ຖ້າຫາກຈໍາເລີຍຫາກໄປກະທໍາຜິດໃໝ່ ໂດຍເຈດຕະນາ. ຈະຖືກສານຕັດສິນລົງໂທດຕັດອິດສາລະພາບ ໃຫ້ປະຕິບັດໃໝ່ ລວມທັງໂທດເກົ່າທີ່ພາກນັ້ນອີກດ້ວຍ.