ໃນອາທິດຜ່ານມາ, ສານປະຊາຊົນຂັ້ນຕົ້ນ ແຂວງເຊກອງ ເປີດຫ້ອງປະຊຸມສານພິຈາລະນາຄົ້ນຄ້ວາຕັດສິນຄະດີຊື້-ຂາຍຢາເສບຕິດ 2 ເລື່ອງ ລວມມີຈໍາເລີຍ 2 ຄົນ. ເລື່ອງທີ 1 ຈໍາເລີຍ ຊື່ ທ້າວ ແສງລາແກ້ວ ຫຼື ນ້ອຍ ອາຍຸ 25 ປີ ຢູ່ ບ້ານໃໝ່ໝື່ນຫົວ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 25 ພຶດສະພາ 2017 ພ້ອມຂອງກາງຢ່າບ້າ 4.019 ເມັດ. ເລື່ອງທີ 2 ຈໍາເລີຍຊື່ ທ້າວ ພຸດນະເລດ ຫຼື ປິ້ງ ອາ ຍຸ 29 ປີ ຢູ່ບ້ານທ່າແຕງເໜືອ ເມືອງທ່າແຕງ ແຂວງເຊກອງ ຖືກກັກຕົວໃນ ວັນທີ 17 ກຸມພາ 2017 ພ້ອມຢາບ້າ 138 ເມັດ.

ໄອຍະການປະຊາຊົນແຂວງ ໄດ້ຖະແຫຼງເນື້ອໃນສໍານວນຄະດີທີ 1ໂດຍຈໍາເລີຍຊື່ ທ້າວ ແສງລາແກ້ວ ຢູ່ຫ້ອງປະ ຊຸມສານ ວ່າ: ໃນເດືອນສິງຫາ 2015 ຈໍາ ເລີຍໄດ້ຊື້ຢາບ້ານໍາ ທ້າວ ຫວັງ ອາຍຸ 40 ປີ ຢູ່ເຂດບ້ານໃໜ່ໜື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື ຈໍານວນ 2 ເມັດ ເມື່ອໄດ້ຢາບ້າມາແລ້ວ ກໍໄດ້ນໍາຢາບ້າໄປເສບກັບ ທ້າວ ວ້າງ, ທ້າວ ກຸຍ, ທ້າວ ຮັງ. ມາເດືອນມັງກອງ 2016 ຈໍາເລີຍ ເລີ່ມເຄື່ອນໄຫວຄ້າຂາຍຢາເສບ ຕິດ, ຢາບ້າທີ່ນໍາມາຂາຍ ແມ່ນໄດ້ຊື້ຈາກ ນາງ ໃຍ ອາຍຸ 40 ປີ ເຂດບ້ານໃໝ່ໝື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື ຜ່ານມາເຄີຍຊື້ຈໍານວນຫຼາຍຄັ້ງ, ຄັ້ງລະ 200 ເມັດ ແລ້ວກໍນໍາໄປຂາຍ ໃຫ້ກັບ ທ້າວ ຫໍາ ອາຍຸ 30 ປີ ບ້ານດອນຈັນ ເມືອງລະມາມ ແຂວງເຊກອງໃນປີ 2017, ຈໍາເລີຍໄດ້ຕິດຕໍ່ພົວ ພັນຊື້ຢາບ້ານໍາ ທ້າວ ອິນ ອາຍຸ 40 ປີ ຢູ່ ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງ ຈໍາປາສັກ ຄັ້ງລະ 2 ຖົງ ເທົ່າກັບ 400 ເມັດ ເຊິ່ງການຊື້-ຂາຍໃນແຕ່ລະຄັ້ງແມ່ນຈະເອົາຢາໄປຂາຍກ່ອນ ເມື່ອຂາຍໝົດແລ້ວ ຈຶ່ງນໍາເງິນມາຈ່າຍໃຫ້ຕາມຫຼັງ; ຈາກນັ້ນ, ຈໍາເລີຍ ກໍນໍາຢາບ້າໄປຂາຍໃຫ້ ທ້າວ ດວງ ອາຍຸ 35 ປີ ບ້ານເຊນ້ອຍ ເມືອງລະມາມ ແຂວງເຊກອງ ແລະ ທ້າວ ຫໍາ ບ້ານດອນຈັນ ເມືອງລະມາມ ແຂວງເຊກອງ. ມາວັນທີ 25 ພຶດສະພາ 2017, ຈໍາເລີຍໄດ້ໄປຊື້ຢາບ້ານໍາ ທ້າວ ອິນ ຈໍານວນ 2 ຖົງ ມີຢາບ້າ 4.019 ເມັດ ຈາກນັ້ນ, ກໍໄດ້ຂີ່ລົດຈັກນໍາຢາບ້າໄປຂາຍໃຫ້ ທ້າວ ຫໍາ ຢູ່ເຂດບ້ານດອນຈັນ ແຕ່ ຖືກເຈົ້າໜ້າທີ່ ປກສ ກັກຕົວ ພ້ອມຢາ ບ້າຈໍານວນດັ່ງກ່າວ ແລະ ເຄື່ອງຕິດຕົວ ລວມມີເງິນ 95.000 ກີບ, ໂທລະສັບ 2 ເຄື່ອງ ໄປດໍາເນີຄະດີ.

ໃນຫ້ອງປະຊຸມສານ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງເຊກອງ ໄດ້ຄົ້ນຄວ້າບັນດາສໍານວນຄະດີ ແລະ ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີ ພ້ອມທັງໄດ້ໄຕ່ສວນເພີ່ມເຕີມຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ແລ້ວຈຶ່ງຕັດສິນຕັດອິດສາລະພາບ ທ້າວ ແສງລາແກ້ວ (ຈໍາເລີຍ) 19 ປີ ແລະ ປັບໃໜ 460.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ.

ສ່ວນຄະດີທີ 2, ອົງການໄອຍະການປະຊາຊົນແຂວງເຊກອງ ຖະແຫຼງໃຫ້ຮູ້ວ່າ: ທ້າວ ພຸດນະເລດ (ຈໍາເລີຍ) ໄດ້ເລີ່ມຄ້າຂາຍຢາເສບຕິດ ແຕ່ເດືອນພະຈິກ 2012 ໂດຍຊື້ຢາບ້າຈໍານວນ 90 ເມັດ ນໍາທ້າວ ຖຸ້ງ ອາຍຸ 30 ປີ ຢູ່ບ້ານໂພນໃຜ່ ເມືອງສາລະວັນ ແຂວງສາລະວັນ ເມື່ອໄດ້ຢາບ້າແລ້ວ ກໍນໍາໄປຂາຍໃຫ້ກັບ ທ້າວ ເຈ້ວ ອາຍຸ 23 ປີ ບ້ານດຽວກັນ ຈໍານວນ 50 ເມັດ ແລະ ຂາຍໃຫ້ ທ້າວ ເອກ ອາຍຸ 22 ປີ ຢູ່ບ້ານກົງຕາຢູນ ເມືອງທ່າແຕງ ແຂວງເຊກອງ ຈໍານວນ 30 ເມັດ. ສ່ວນຢາບ້າທີ່ຍັງເຫືອຈໍາເລີຍເສບເອງ. ມາວັນທີ 5 ທັນວາ 2016 ຈໍາເລີຍໄປຊື້ຢາບ້ານໍາ ທ້າວ ງ໊ອກ ຢູ່ບ້ານກົງຕູ່ນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈໍານວນ 160 ເມັດ ແລ້ວນໍາໄປຂາຍໃຫ້ ທ້າວ ກິໜອຍ ຢູ່ບ້ານກົງຕາຢູນ ເມືອງທ່າແຕງ ແຂວງເຊກອງ ຈໍານວນ 120 ເມັດ ແລະ ຂາຍໃຫ້ ທ້າວ ເຈັງ 20 ເມັດ ແລະ ຂາຍໃຫ້ ນາງ ວຽງ ຢູ່ບ້ານກົງຕາຢູນ ຈໍານວນ 10 ເມັດ ສ່ວນຢາບ້າຍັງເຫຼືອ 10 ເມັດ ແມ່ນໄວ້ເສບເອງ.

ມາຮອດວັນທີ 16 ກຸມພາ 2017, ຈໍາເລີຍໄດ້ໄປຊື້ຢາບ້ານນໍາ ທ້າວ ຫໍາໃຫຍ່ ຢູ່ບ້ານກົງຕູ່ນ ເມືອງປາກຊ່ອງ ແຂວງ ຈໍາປາສັກ ຈໍານວນ 200 ເມັດ ແລ້ວກໍ ເອົາມາຂາຍໃຫ້ ນາງ ວຽງ ຈໍານວນ 14 ເມັດ, ທ້າວ ແໜ້ນ 8 ເມັດ, ທ້າວ ສີ ສະໜຸດ 6 ເມັດ, ທ້າວ ກິໜອຍ 30 ເມັດ ແລະ ເສບເອງ 4 ເມັດ, ຍັງເຫຼືອ 138 ເມັດ. ມາຮອດວັນທີ 17 ກຸມພາ 2017 ຈໍາເລີຍໄດ້ເອົາຢາບ້າຈຳນວນດັ່ງກ່າວໄປຂາຍ ແຕ່ຖືກເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຕງ ກັກຕົວພ້ອມຂອງກາງ.

ຜ່ານການຄົ້ນຄ້ວາສໍານວນຄະດີ, ແລະ ຄໍາສາລະພາບຂອງຈໍາເລີຍ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນແຂວງ ເຊກອງ ໄດ້ລົງໂທດຕັດສິນຕັດອິດສາລະພາບ ທ້າວ ພຸດນະເລດ ຈໍາຄຸກ 5 ປີ ພ້ອມປັບໃໜ 10.000.000 ກີບ ໃນ ສະຖານຄ້າຂາຍຢາເສບ.