ໃນວັນທີ 17 ກໍລະກົດ 2018, ພົຈວ ສີສະຫວາດ ແກ້ວມະລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນ ໂດຍການຕ້ອນຮັບຂອງ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ແກ້ວສົມໄຊ ລັດຖະຈັກ ຮັກສາການຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ໄດ້ລາຍງານວ່າ: ໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ແຂວງຄຳມ່ວນສາມາດກໍ່ສ້າງກຳລັງພາຍໃນແຂວງ, ກົມ ແລະ ບັນດາແຂວງຕ່າງໆໄດ້ທັງໝົດ 10 ຮຸ້ນ. ການຮຽນ-ການສອນນັກຮຽນຮຸ່ນປັດຈຸບັນນີ້ເປັນຮຸ່ນທີ 11 ເຊິ່ງໄດ້ເປີດສົກຮຽນມາແຕ່ວັນທີ 15 ພຶດສະພາ 2018, ມີນັກຮຽນເຂົ້າຮຽນຕົວຈິງທັງໝົດ 315 ສະຫາຍ ຍິງ 63 ສະຫາຍ ທີ່ມາຈາກກົມ, ຫ້ອງວ່າການກະຊວງ, ນະຄອນຫຼວງ ແລະ ແຂວງຕ່າງໆໃນທົ່ວປະເທດ ລົງເລິກຫຼັກສູດການຮຽນຂະແໜງສື່ສານ ແລະ ກົດລັບ.

ພາຍຫຼັງໄດ້ຄົ້ນຄວ້າສືກສາຮ່ຳຮຽນ ໃນ 6 ເດືອນຜ່ານມາ, ສາມາດປະເມີນຜົນໄດ້ຄື : ພາກວິຊາການເມືອງ ສອບເສັງໄດ້ຄະແນນ 9 ມີ 6 ສະຫາຍ, ຄະແນນ 8 ມີ 213 ສະຫາຍ ຍິງ 46 ສະຫາຍ, ຄະແນນ 7 ມີ 44 ສະຫາຍ ຍິງ 17, ຄະແນນ 6 ມີ 2 ສະຫາຍ ແລະ ສອບເສັງພາກວິຊາກົດໝາຍ ຄະແນນ 9 ມີ 23 ສະຫາຍ ຍິງ 12 ສະຫາຍ, ຄະແນນ 8 ມີ 64 ສະຫາຍ ຍິງ 17 ສະຫາຍ, ຄະແນນ 7 ມີ 218 ສະຫາຍ ຍິງ 34 ສະຫາຍ, ຄະແນນ 6 ມີ 6 ສະຫາຍ.

ພົຈວ ສີສະຫວາດ ແກ້ວມະລາວົງ ໄດ້ເນັ້ນໜັກຄະນະອຳນວຍການຕະຫຼອດຮອດພະນັກງານຄູ-ອາຈານ ຕ້ອງໄດ້ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງມີລະບຽບວິໄນ, ເອົາໃຈໃສ່ຄຸ້ມຄອງຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃນຮຸ່ນນີ້ໃຫ້ສຳເລັດຕາມລະດັບຄາດໝາຍ.

ຕໍ່ກັບນັກຮຽນ, ໃຫ້ສືບຕໍ່ສຶກສາຮ່ຳຮຽນໃຫ້ບັນລຸຕາມລະດັບຄາດໝາຍ ເພື່ອວ່າພາຍຫຼັງຈົບໄປແລ້ວ ຈະໄດ້ນຳເອົາບົດຮຽນດັ່ງກ່າວນຳໄປຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂອບເຂດທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນ.