ໃນຕົ້ນເດືອນກໍລະກົດ 2018 ເຈົ້າ ໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ຈິນຕະນາການ ອາຍຸ 26 ປີ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄັ້ງນີ້ ເປັນຄັ້ງທີ 5 ໃນຂໍ້ຫາສໍ້ໂກງພົນລະເມືອງ (ລົດຈັກ).


ເຈົ້າໜ້າທີ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ທ້າວ ຈິນຕະນາການ ເຄີຍຖືກດໍາເນີນຄະດີມາແລ້ວ 4 ຄັ້ງ ຄື: ໃນປີ 2013 ເຄີຍຖືກກັກຕົວໃນຂໍ້ຫາມົ້ວສຸມຢາເສບຕິດ, ປີ 2014 ຖືກກັກຂັງໃນຂໍ້ຫາລັກຊັບຂອງພົນລະເມືອງ, ປີ 2016 ຖືກກັກຕົວ 2 ຄັ້ງ ໃນຂໍ້ຫາມົ້ວສຸມຢາເສບຕິດ ແລະ ຊື້ຊັບຜິດກົດໝາຍ ເມື່ອພົ້ນໂທດອອກມາໄດ້ໄລຍະໜຶ່ງກໍໄດ້ພົວພັນກັບຢາເສບຕິດ. ຈາກນັ້ນ, ຜູ້ກ່ຽວກໍເຫດສໍ້ໂກງຊັບຂອງພົນລະເມືອງ ເຊັ່ນ: ໃນຄືນວັນທີ 25 ມິຖຸນາ 2018 ຜູ້ກ່ຽວ ແລະ ທ້າວ ຈ້ອນນີ ພາກັນໄປ ຫຼິ້ນເຮືອນ ທ້າວ ບິກ ຢູ່ບ້ານຊ້າງຄູ້ ເມືອງໄຊຖານີ ນະຄອນຫຼວງວຽງ ຈັນ. ຮອດເວລາ 23:00 ໂມງ ວັນດຽວກັນ ໄດ້ຊັກຊວນກັນໄປນອນຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພໍໄປຮອດເຮືອນພັກດັ່ງກ່າວ, ທ້າວ ຈິນຕະນາການ ໄດ້ຕົວະຢືມລົດ ທ້າວ ບິກ, ເຊິ່ງເປັນລົດຈັກຄລິກໄອ ສີຂາວ ທະບຽນ ດຂ 0487 ກຳແພງນະຄອນ ອ້າງວ່າຈະໄປຂໍເງິນນໍາພໍ່ ເພື່ອມາຈ່າຍຄ່າຫ້ອງ. ຈາກນັ້ນ, ຜູ້ກ່ຽວກໍຂີ່ລົດຈັກໄປເລີຍໂດຍບໍ່ເອົາໄປສົ່ງ.


ມາຮອດວັນທີ 4 ກໍລະກົດ 2018, ທ້າວ ຈ້ອນນີ ໄດ້ສືບຮູ້ວ່າ: ທ້າວ ຈິນຕະນາການ ໄດ້ເອົາລົດຈັກຄັນດັ່ງກ່າວໄປລີ້ຊ່ອນຢູ່ໂຮງແຮມແຫ່ງໜຶ່ງເຂດບ້ານໂພນເຄັງ ເມືອງໄຊເສດຖາ ພ້ອມທັງແຈ້ງຄວາມເພື່ອຈັບຕົວໄປດໍາເນີນຄະດີ ຕາມກົດໝາຍ.