ສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-20 ກໍລະກົດ 2018 ) ເພື່ອໃຫ້ບັນດາຄະນະໜ່ວຍ ແລະ ສະມາຊິກແມ່ຍິງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ໄດ້ຮັບຮູ້ເຖິງຕົ້ນກຳເນີດ, ມູນເຊື້ອແຫ່ງຄວາມເສຍສະລະຂອງແມ່ຍິງລາວບັນດາເຜົ່າໃນເມື່ອກ່ອນ ໃນພາລະກິດປົກປັກຮັກສາປະເທດຊາດໃນເມື່ອກ່ອນ ເພື່ອພ້ອມກັນເສີມຂະຫຍາຍ, ອະນຸລັກຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າໃຫ້ຢູ່ຄູ່ກັບແມ່ຍິງຕະຫຼອດໄປ, ເປັນກຽດເຂົ້າຮ່ວມໃນພິທີໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ.

ພັທ ນາງ ຄຳຢາດ ວິໄລວັນ ຮອງປະທານສະຫະພັນແມ່ຍິງກະຊວງ ປກສ ໄດ້ປາຖະກະຖາໃຫ້ຮູ້ວ່າ: ວັນທີ 20 ກໍລະກົດ 1955 ພັກໄດ້ປະກາດສ້າງຕັ້ງ “ ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ” ຢູ່ສຳນັກແຄມຫ້ວຍນໍ້າໂສຍ ບ້ານດ່ານ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງແມ່ນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ; ໃນເວລານັ້ນ, ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ມີໜ້າທີ່ນຳພາອົງການຈັດຕັ້ງ ແລະ ຂະບວນການແມ່ຍິງລາວທົ່ວປະເທດ ນັບທັງໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບຢູ່ຕາມຮາກຖານການປະຕິວັດ.

ນັບແຕ່ໄດ້ຮັບສ້າງຕັ້ງຮອດປັດຈຸບັນອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດວຽກງານ ໂດຍສະເພາະຂົງເຂດປ້ອງກັນຄວາມສະຫງົບ, ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຄົ້ນຄວ້າເຊື່ອມຊຶມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ສຶກສາອົບຮົມໃຫ້ແມ່ຍິງມີສະຕິລະວັງຕົວກົນອຸບາຍຂອງກຸ່ມຄົນບໍ່ດີ, ປຸກລະດົມແມ່ຍິງ ແລະ ທົ່ວສັງຄົມປະຕິບັດພັນທະຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເປັນຢ່າງດີ.

ໂອກາດດຽວກັນ, ພັທ ນາງ ຈັນເດືອນ ເທພະວົງ ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ໂດຍຍົກໃຫ້ເຫັນເຖິງຜົນງານທີ່ບັນດາສະມາຊິກແມ່ຍິງອ້ອມຂ້າງກົມໃຫຍ່ການເມືອງ ຍາດມາໄດ້ ໂດຍສະເພາະການປະຕິບັດຂໍ້ແຂ່ງຂັນ 3 ດີ ທົ່ວກົມໃຫຍ່ການເມືອງ ສາມາດຕີລາຄາປະເພດສະມາຊິກແມ່ຍິງທີ່ເປັນພົນລະເມືອງດີ ເທົ່າກັບ 96%, ພັດທະນາດີ 94%, ສ້າງຄອບຄົວດີ ເທົ່າກັບ 95%, ຕີລາຄາ 3 ດີ ປະເພດ I ມີ 440 ສະຫາຍ, ປະເພດ II ມີ 18 ສະຫາຍ, ປະເພດ IV ມີ 3 ສະຫາຍ, ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I ມີ 13 ໜ່ວຍ, ປະເພດ II ມີ 2 ໜ່ວຍ; ສະຫະພັນແມ່ຍິງກົມໃຫຍ່ການເມືອງ ສາມາດເປັນສະຫະພັນແມ່ຍິງ 3 ດີ ປະເພດ I.

ພ້ອມນີ້, ກໍໄດ້ຈັດພິທີມອບ-ຮັບໃບຍໍ້ຍອງຂັ້ນສະຫະພັນແມ່ຍິງກະຊວງ ປກສ ໃຫ້ສະຫະພັນແມ່ຍິງກົມໃຫຍ່ການເມືອງ 1 ໃບ ແລະ ໃຫ້ສະມາຊິກແມ່ຍິງ 312 ສະຫາຍ, ໃບຊົມເຊີຍໃຫ້ສະມາຊິກແມ່ຍິງ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ 3 ປີ ( 2015-2017 ) ນຳອີກດ້ວຍ.