ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ II

ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງການເງິນ ເນັ້ນໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ກະຊວງການເງິນ ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມ-ກວດກາ, ປະກອບຄໍາຄິດຄໍາເຫັນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືຊອກທິດທາງແກ້ໄຂບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດທີ່ທ່ານເຂົ້າຮ່ວມເປັນປະທານ ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ II ໃນອາທິດຜ່ານມາ, ໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ຮອງເລຂາຄະນະບໍລິຫານງານພັກກະຊວງ ປະທານກວດກາພັກ ຮອງລັດຖະມົນຕີ ກະຊວງການເງິນ, ມີບັນດາສະຫາຍຄະນະປະຈໍາພັກ, ກຳມະການຄະນະບໍລິຫານງານພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ສົມດີ ດວງດີ ໃຫ້ຮູ້ ຕື່ມອີກວ່າ:

ກອງປະຊຸມເປີດກວ້າງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນປຶກສາຫາລືຄົ້ນຄວ້າບັນຫາຕ່າງໆ ແລະ ພ້ອມກັນຊີ້ນໍາ-ນຳພາ, ເສີມຂະຫຍາຍຕາມຄວາມຮັບຜິດຊອບຂອງຕົນ ຢ່າງມີຫົວຄິດປະດິດສ້າງ ເພື່ອເຮັດໃຫ້ໜ່ວຍພັກແຕ່ລະໜ່ວຍ ມີຄວາມກ້າວໜ້າ, ສາມາດບຸກບືນປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ, ເຮັດໃຫ້ການຊີ້ນໍາ-ນໍາພາວຽກງານໃນແຜນວຽກຂອງຂະແໜງການເງິນ ມີການພັດທະນາດີຂຶ້ນເປັນກ້າວໆ ຈາກອັນເກົ່າໄປສູ່ອັນໃໝ່ ຢ່າງຕັ້ງໜ້າ, ເຮັດໃຫ້ການປະຕິຮູບຂະແໜງການເງິນ ກ້າວໄປສູ່ລວງເລິກ ແລະ ສະແດງອອກ ຢ່າງເປັນຮູບປະທໍາ ໃນປີ 2019 ນີ້.

ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງການເງິນ

ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນດ້ານແນວຄິດ-ການເມືອງ, ການປັບປຸງການຈັດຕັ້ງ ແລະ ນິຕິກຳ, ການພັດທະນາບຸກຄະລາກອນ, ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ ທີ່ຈະຕ້ອງພ້ອມກັນແກ້ໄຂ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ສະແດງອອກ ຄື:

ກ່ຽວກັບ ຜູ້ລະເມີດກົດ ໝາຍ, ລະບຽບການ ແລະ ຂໍ້ຫ້າມຂອງຂະແໜງການເງິນ ກໍໄດ້ມີການກວດກາ ແລະ ແກ້ໄຂ ເປັນລະບົບ, ທັນເວລາກວ່າເກົ່າ ຕາມກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ຄື: ລົງວິໄນເບື້ອງລັດທັງໝົດ 35 ຄົນ.

ໃນນີ້, ໄດ້ລຶບຊື່ອອກຈາກການເປັນລັດຖະກອນ 10 ຄົນ, ໂຈະການເລື່ອນຊັ້ນ-ຂັ້ນເງິນເດືອນ 13 ຄົນ, ຫຼຸດຕຳແໜ່ງບໍລິຫານ 3 ຄົນ, ໂຈະວຽກຊົ່ວຄາວ 5 ຄົນ ແລະ ກ່າວເຕືອນຄວາມຜິດ 4 ຄົນ, ຍັງອີກຈຳນວນໜຶ່ງ ແມ່ນຍັງຈະໄດ້ສືບຕໍ່ດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

ສ່ວນວຽກງານວິຊາສະເພາະ ເປັນຕົ້ນແມ່ນ

ລົງເກັບກຳຂໍ້ມູນຄົ້ນຄວ້າ, ແກ້ໄຂຄຳເຫັນ, ຄຳຮ້ອງທຸກ, ຮ້ອງຟ້ອງຈາກສາຍດ່ວນ 1519, ຕູ້ຮັບຄຳຮ້ອງ, ຄໍາສະເໜີຂອງພົນລະເມືອງທັງໝົດ 31 ກໍລະນີ, ແກ້ໄຂສຳເລັດ 10 ກໍລະນີ, ສົ່ງພາກສ່ວນກ່ຽວຂ້ອງແກ້ໄຂ 7 ເລື່ອງ, ຍັງຄ້າງບໍ່ທັນສຳເລັັດ 14 ເລື່ອງ, ສຳເລັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ກະຊວງ ສຳເລັດຂັ້ນພື້ນຖານ ຈຳນວນ 1.084 ຄົນ ຍິງ 786 ຄົນ, ສຸມໃສ່ແກ້ໄຂຜົນຂອງການກວດກາຢູ່ບັນດາແຂວງ ໃນທົ່ວປະເທດ ທີ່ມີການລະເມີດກົດໝາຍ ແລະ ລະບຽບການຂະແໜງການເງິນ ທັງໝົດ 25 ເປົ້າໝາຍ, ມີຈຳນວນ 64 ຄົນ ຍິງ 16 ຄົນ ແລະ ສະເໜີເປີດການສືບສວນ-ສອບສວນ 7 ຄົນ ຍິງ 5 ຄົນ

ເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາ ໃນການຊີ້ນໍາ-ນໍາພາຮອບດ້ານ

ພ້ອມທັງມີການສົມທົບກັບ ຄະນະກວດກາສະເພາະກິດ ອົງການກວດກາລັດຖະບານ ເພື່ອກວດກາຂົງເຂດວິສາຫະກິດ ທີ່ຂຶ້ນກັບ ການຄຸ້ມຄອງຂອງ ກະຊວງການເງິນ ເຊິ່ງມີ 4 ລັດວິສາຫະກິດ ຄື: ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ບໍລິສັດ ແດນສະຫວັນ, ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ບໍລິສັດ ການບິນລາວ ໂດຍຊຸກຍູ້, ຕິດຕາມການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢູ່ບັນດາໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ, ສຸມໃສ່ກວດກາເປົ້າໝາຍເຄື່ອນໄຫວລະເມີດກົດໝາຍ ແລະ 10 ຂໍ້ຫ້າມ ແລະ ວິໄນ ຂະແໜງການເງິນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ໃນວາລະກອງປະຊຸມ ຍັງໄດ້ສະເໜີ 6 ນິຕິກໍາ ກ່ຽວກັບ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງ ອົງຄະນະພັກກະຊວງການເງິນ ເຊັ່ນ:

ມະຕິຕົກລົງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 061/ກມສພ ລົງວັນທີ 29 ມັງກອນ 2019 ວ່າດ້ວຍ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ, ຄໍາແນະນໍາຂອງ ຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານໃນຂອບເຂດທົ່ວປະເທດ ແລະ ບົດແນະນໍາຂອງ ຄະນະກວດກາສູນກາງພັກ ກ່ຽວກັບ ການດໍາເນີນຊີວິດການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງຕົນ.