ປີ 2018 ແຂວງວຽງຈັນ ມີຄະດີເກີດຂຶ້ນ 1.172 ເລື່ອງ

0
1753

ໃນ 1 ປີຜ່ານມາ, ແຂວງວຽງຈັນ ມີຄະດີທັງໝົດ 1.172 ເລື່ອງ ເຊິ່ງເກີດຂຶ້ນຫຼາຍກວ່າໝູ່ແມ່ນ ຄະດີຢາເສບຕິດ ມີ 500 ເລື່ອງ, ກັກຜູ້ຖືກຫາໄດ້ 975 ຄົນ, ຢຶດຂອງກາງໄດ້ ລວມມີຢາບ້າ 123.994 ເມັດ, ຝິ່ນ 900 ກຼາມ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ.

ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ລາຍງານຕໍ່ ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ທີ່ຈັດຂຶ້ນໃນລະຫວ່າງວັນທີ 14-15 ກຸມພາ 2019 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າ:

ບັນດາຜູ້ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 14-15 ກຸມພາ 2019 ຜ່ານມາ

ໃນ 1 ປີ ຜ່ານມາ, ແຂວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 1.172 ເລື່ອງ; ໃນນີ້, ຄະດີຢາເສບຕິດ ມີ 546 ເລື່ອງ, ກັກຜູ້ຖືກຫາໄດ້ 975 ຄົນ ຍິງ 132 ຄົນ, ມີຂອງກາງ ຢາບ້າ ຈຳນວນ 123.994 ເມັດ, ຢາຝິ່ນ 900 ກຼາມ, ຢາໄອສ໌ 141 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈັກ 51 ຄັນ, ເງິນກີບ 30.811.500 ກີບ, ເງິນບາດ 48.640 ບາດ.

ໃນຈໍານວນຄະດີທີ່ເກີດຂຶ້ນ ສາມາດມ້າງໄດ້ ຈໍານວນ 626 ເລື່ອງ, ກັກຜູ້ຖືກຫາ 838 ຄົນ ຍິງ 43 ຄົນ. ໃນນັ້ນ, ແກ້ໄຂຂັ້ນເຈົ້າໜ້າທີ່ 270 ເລື່ອງ, ແກ້ໄຂຂັ້ນພື້ນຖານ 73 ເລື່ອງ, ສົ່ງໄອຍະການ 81 ເລື່ອງ, ຊັດມ້ຽນ 16 ເລື່ອງ, ໂຈະການດໍາເນີນ 13 ເລື່ອງ, ພວມດໍາເນີນ 171 ເລື່ອງ; ທຽບໃສ່ປີຜ່ານມາ ຖືວ່າເພີ່ມຂຶ້ນ 318 ເລື່ອງ.

ໃນປີ 2018, ແຂວງວຽງຈັນ ຍັງມີອຸບັດຕິເຫດເກີດຂຶ້ນ 394  ຄັ້ງ, ມີພາຫະນະເປ່ເພ 698 ຄັນ, ໄດ້ຮັບບາດເຈັບ 266 ຄົນ ແລະ ເສຍຊີວິດ 48 ຄົນ ທຽບໃສ່ປີຜ່ານມາ ຫຼຸດລົງ 114 ຄັ້ງ; ມີອັກຄີໄພເກີດຂຶ້ນ 15 ຄັ້ງ, ປະເມີນມູນຄ່າຜົນເສຍຫາຍ 6 ຕື້ກວ່າກີບ ທຽບໃສ່ປີຜ່ານມາ ເຫັນວ່າເພີ່ມຂຶ້ນ 3 ຄັ້ງ.

ນອກຈາກນີ້, ວຽກງານກວດກາການເຂົ້າ-ອອກ ດ່ານຊາຍແດນ ໃນ 1 ປີຜ່ານມາ ມີຄົນລາວແຈ້ງເຂົ້າ-ອອກທັງໝົດ 42.249 ຄົນ ຍິງ 26.762 ຄົນ, ຄົນໄທ 75.219 ຄົນ ຍິງ 29.279 ຄົນ; ມີລົດລາວ, ລົດໄທ ຂົນສິນຄ້າເຂົ້າ-ອອກ ຜ່ານແດນ 758 ຄັນ; ເຮືອລາວ, ເຮືອໄທ ຜ່ານແດນທັງໝົດ 4.024 ຖ້ຽວ.

ໃນຕອນທ້າຍກອງປະຊຸມ, ພົທ ວິໄລ ຫ້ຼາຄໍາຟອງ ລັດຖະມົນຕີກະຊວງ ປກສ ໄດ້ຮຽກຮ້ອງ ວ່າ:

ກອງບັນຊາການ ປກສ ແຂວງວຽງຈັນ

ໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບ ເປັນບັນຫາສໍາຄັນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ໃນການຈັດຕັ້ງປະຕິບັດ 4 ຄາດໝາຍ 4 ແຜນງານໃຫຍ່ 41 ໂຄງການທີ່ ກະຊວງປ້ອງກັນຄວາມສະຫງົບ ວາງອອກ, ແນໃສ່ເຮັດໃຫ້ ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ.

ພ້ອມນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງສ້າງແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາໃຫ້ທັນສະໄໝ, ມີຄວາມສາມັກຄີພາຍໃນ ຢ່າງໜັກແໜ້ນ, ສືບຕໍ່ຊີ້ນຳ-ນໍາພາພະນັກງານ-ນັກຮົບ ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນ ໃຫ້ມີຄຸນນະພາບສູງ ແລະ ຍາດໄດ້ຜົນງານຍິ່ງໃຫຍ່ຂຶ້ນກວ່າເກົ່າ.