ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ສະມາຊິກພັກ-ພະນັກງານ ໃນວັນທີ 18 ກຸມພາ 2019, ເຜີຍແຜ່ໂດຍ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ຄໍາສານ ສຸວົງ ກ່າວວ່າ:

ເຜີຍແຜ່ໂດຍ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ການເຜີຍແຜ່ມະຕິດັ່ງກ່າວ ປະກອບມີ ມະຕິຂອງ ຄະນະບໍລິຫານງານສູນກາງພັກ ເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕປະຊາຊົນ, ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ;

ເຊິ່ງເນື້ອໃນບາງຕອນໄດ້ກໍານົດວ່າ: ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ມາຮອດປັດຈຸບັນ ໂດຍເຫັນໄດ້ເຖິງຮາກຖານການເມືອງ ພັກເຮົາໄດ້ອອກມະຕິ, ຄໍາສັ່ງຫຼາຍສະບັບກ່ຽວກັັບ ການກໍ່ສ້າງ-ປັບປຸງຮາກຖານການເມືອງ; ເຊິ່ງມະຕິ ແລະ ຄໍາສັ່ງເຫຼົ່ານັ້ນ ໄດ້ກາຍເປັນນະໂຍບາຍພື້ນຖານຂອງພັກ, ທັງເປັນບ່ອນອີງໃຫ້ແກ່ການກໍານົດບັນດາມາດຕະການຕົວຈິງ ກ່ຽວກັບການກໍ່ສ້າງ, ປັບປຸງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານ ໄດ້ຮັບການກໍ່ສ້າງ, ປັບປຸງຢ່າງເປັນລະບົບ ທັງໃນດ້ານການຈັດຕັ້ງ ກໍຄື ການເຄື່ອນໄຫວຕາມພາລະບົດບາດ ແລະ ຂອບເຂດສິດຂອງແຕ່ລະການຈັດຕັ້ງ ແມ່ນມີຜົນສໍາເລັດໂດຍພື້ນຖານ.

ມີຄະນະພັກ-ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ

ມະຕິຄະນະບໍລິຫານງານສູນກາງພັກ ເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍ ເພີ່ມທະວີການນໍາພາແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງ ການຄຸ້ມຄອງມະຫາພາກ; ການເພີ່ມທະວີການນໍາພາຂອງພັກ ໃນຂົງເຂດເສດຖະກິດ ເປັນໜຶ່ງໃນເນື້ອໃນຍົກສູງຄວາມສາມາດນໍາພາຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ວາງອອກ, ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ທີ່ກໍາລັງເກີດຂຶ້ນທາງດ້ານເສດຖະກິດ-ການເງິນຂອງປະເທດ.

ການເຊື່ອມຊຶມມະຕິ ແລະ ຄໍາສັ່ງເຫຼົ່ານີ້ ໄດ້ກາຍເປັນນະໂຍບາຍພື້ນຖານຂອງພັກ

ພ້ອມກັນນັ້ນ, ກໍເປັນການປັບຄວາມເຂັ້ມແຂງ ໃນການຄຸ້ມຄອງມະຫາພາກ ທາງດ້ານເສດຖະກິດ, ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕາມທິດຍືນຍົງ, ສາມາດຂຸດຄົ້ນ ແລະ ເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນຂອງຊາດ ແລະ ເປັນເຈົ້າການປະຕິບັດການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະ ຫັນປະເທດໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ເປັນໜຶ່ງໃນຈຸດດຶງດູດການລົງທຶນ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.