ກະຊວງສາທາລະນະສຸກຂອງຟິລິບປິນ ລາຍງານສະຖານະການການແພ່ລະບາດຂອງພະຍາດຫັດໃນປະເທດວ່າ ນັບແຕ່ປະກາດພາວະສຸກເສີນດ້ານສາທາລະນະສຸກແຫ່ງຊາດ ໃນວັນທີ 6 ກຸມພາ ທີ່ຜ່ານມາ ພົບຜູ້ຕິດເຊື້ອຢ່າງໜ້ອຍ 8.443 ຄົນ. ໃນຈຳນວນນີ້ເສຍຊີວິດແລ້ວ 136 ຄົນ ໂດຍຍັງມີຜູ້ຕິດເຊື້ອເພີ່ມຂຶ້ນອີກເປັນຈໍານວນຫຼວງຫຼາຍ ແລະ ຜູ້ເສຍຊີວິດສ່ວນຫຼາຍເປັນເດັກນ້ອຍ ອາຍຸ 1-4 ປີ ແລະ ບໍ່ໄດ້ຮັບການສັກຢາວັກແຊງ.

ຂະນະທີ່ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ອອກຖະແຫຼງການຮຽກຮ້ອງໃຫ້ປະຊາຊົນເຂົ້າຮັບການສັກຢາວັກແຊງເພື່ອປ້ອງກັນຕາມໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ ຫຼື ສຸກສາລາຕາມບ້ານ ໂດຍສະ ເພາະຜູ້ປົກຄອງຄວນນຳເອົາລູກຫຼານທີ່ຍັງນ້ອຍໄປສັກຢາວັກແຊງປ້ອງກັນພະຍາດຫັດ, ເຊິ່ງມີປະສິດທິພາບຕາມຫຼັກການແພດ ໃນການປ້ອງກັນຮ່າງກາຍຈາກການເຈັບປ່ວຍດ້ວຍພະຍາດຊະນິດດັ່ງກ່າວ.

ທ່ານ ຟຣານຊິດໂກ ດູເກ ລັດຖະມົນຕີກະຊວງສາທາລະນະສຸກຂອງຟິລິບປິນ ກ່າວວ່າ ພື້ນທີ່ທີ່ມີຄວາມສ່ຽງຮ້າຍແຮງທີ່ສຸດ ຄື: ນະຄອນຫຼວງມະນິລາ, ເຊິ່ງມີປະຊາກອນອາໃສຢູ່ຢ່າງໜາແໜ້ນຫຼາຍກວ່າ 12 ລ້ານຄົນ ແລະ ອັດຕາການຕິດເຊື້ອ ເພີ່ມຂຶ້ນສູງຫຼາຍທີ່ສຸດໃນປັດຈຸບັນ.

ແນວໃດກໍຕາມ, ພະຍາດຫັດເປັນພະຍາດທີ່ຕິດຕໍ່ກັນໄດ້ງ່າຍທີ່ສຸດ ເນື່ອງຈາກສາມາດຕິດຕໍ່ກັນໄດ້ໂດຍຜ່ານທາງອາກາດດ້ວຍການໄອ ຫຼື ຈາມ ຕະຫຼອດຈົນຮອດການສຳຜັດກັບນ້ຳລາຍ ຫຼື ນ້ຳມູກຂອງຜູ້ປ່ວຍ. ເບື້ອງຕົ້ນຜູ້ຕິດເຊືອຈະມີອາການໄຂ້ ຖ້າຫາກບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງເກີນ 1 ອາທິດ ອາດເກີດພາວະແຊກຊ້ອນ ລວມເຖິງສະໝອງອັກເສບ, ປອດອັກເສບ ແລະ ຕາບອດ. ຖ້າເດັກນ້ອຍໄດ້ຮັບການສັກຢາວັກແຊງປ້ອງກັນ ກໍສາມາດຫຼຸດຄວາມສ່ຽງການຕິດເຊື້ອໄດ້ຫຼາຍເຖິງ 75%.