ເປັນປະທານໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ໃນວັນທີ 13 ກຸມພາ 2019, ໂດຍມີ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີກໍາມະການສະພາຂາຮຸ້ນ, ຜູ້ແທນຈາກລາວໂທລະຄົມສູນກາງ, ສາຂາແຂວງທົ່ວປະເທດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ບໍລິສັດລັດ ວິສາຫະກິດ ລາວໂທລະຄົມມະນາຄົມ ກ່າວວ່າ:

ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ບໍລິສັດລັດ ວິສາຫະກິດ ລາວໂທລະຄົມມະນາຄົມ

ໃນປີຜ່ານມາ, ບໍລິສັດ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໃນມູນຄ່າທັງໝົດ 60 ລ້ານໂດລາສະຫະລັດ. ປັດຈຸບັນ, ລາວໂທລະຄົມ ມີສະຖານີມືຖື 2G, 3G, 4G ແລະ 4,5G ທັງໝົດ 6.653 ສະຖານີ, ມີສັນຍານໂທລະສັບມືຖືຄວບຄຸມໄດ້ 18 ແຂວງ, 148 ເມືອງ, 8.500 ກວ່າບ້ານ; ໃນນີ້, 2G ກວມເອົາ 72%, 3G ກວມເອົາ 62% ແລະ 4G ກວມເອົາ 49% ຂອງຈໍານວນໝູ່ບ້ານທັງໝົດ ແລະ 4,5G ກວມເອົາ 22% ຂອງຕົວເມືອງໃຫຍ່;

ມີລູກຄ້າໃຊ້ໂທລະສັບມືຖືໃນລະບົບ ຈໍານວນ 1.6 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 40 ພັນເລກໝາຍ, ໂທລະສັບວິນໂຟນ 430 ພັນເລກໝາຍ ແລະ ອິນເຕີເນັດ 1,4 ລ້ານລູກຄ້າ; ໜຶ່ງປີຜ່ານມາ, ສາມາດສ້າງລາຍຮັບໄດ້ທັງໝົດ 1.868,7 ຕື້ກີບ (ລວມອາກອນ), ເພີ່ມຂຶ້ນຈາກປີ 2017 ເທົ່າກັບ 1,4%.

ໃນນັ້ນ, ມີກໍາໄລສຸດທິ 322,7 ຕື້ກີບ, ສາມາດປະຕິບັດພັນທະໃຫ້ລັດຖະບານ ໄດ້ທັງໝົດຈໍານວນ 541,5 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 34,6% ຂອງລາຍຮັບປະຕິບັດໄດ້ ໃນປີ 2018.

ມີກໍາມະການສະພາຂາຮຸ້ນ, ຜູ້ແທນຈາກລາວໂທລະຄົມສູນກາງ, ສາຂາແຂວງທົ່ວປະເທດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ

ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານດີຂຶ້ນ ໄປຄຽງຄູ່ກັບ ການດໍາເນີນທຸລະກິດ, ພ້ອມທັງຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖໍາຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ມູນຄ່າ 1,4 ຕື້ກວ່າກີບ.

ທິດທາງແຜນການ ປີ 2019, ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ຈະສືບຕໍ່ສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມ 149.706 ເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.974,1 ຕື້ກີບ, ທຽບໃສ່ປີ 2018 ເພີ່ມຂຶ້ນ 6,3%, ຄາດຄະເນກໍາໄລສຸດທິ ໃຫ້ໄດ້ 391,2 ຕື້ກີບ ເພີ່ມຂຶ້ນ 19,8% ແລະ ຄາດຄະເນວ່າ ສາມາດມອບພັນທະ ແລະ ເງິນປັນຜົນໃຫ້ລັດຖະບານ ຈໍານວນ 579,5 ຕື້ກີບ ກວມອັດຕາບໍ່ຫຼຸດ 28,6% ຂອງລາຍຮັບປີ 2019.

ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019

ນອກຈາກນັ້ນ, ຍັງຈະລົງທຶນໃນເບື້ອງຕົ້ນ ເຊິ່ງມີມູນຄ່າທັງໝົດ 17,8 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໂດຍສະເພາະ ແມ່ນອິນເຕີເນັດ Mobile Broad band and Fixed Broad band ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ.