ໜ້າຫຼັກ Tags ທ່ານ ສົມພອນ ພິມມະສອນ

Tag: ທ່ານ ສົມພອນ ພິມມະສອນ

ຍັງ 7 ແສນກວ່າຄັນ ບໍ່ທັນໄດ້ເສຍຄ່າທຳນຽມທາງ ສ້າງແຜນຮ່ວມຈະລາຈອນ ຕັ້ງດ່ານປັບໃໝ

ການເສຍທ່າທໍານຽມທາງ ປະຈໍາປີ 2019 ຢູ່ນະຄອນຫຼວງວຽງຈັນ ຈະສິ້ນສຸດລົງໃນວັນທີ 30 ມິຖຸນານີ້, ມາເຖິງປັດຈຸບັນ ການເສຍຄ່າທໍານຽມທາງຍັງບໍ່ທັນເປັນຂະບວນການຟົດຟື້ນເທົ່າທີ່ຄວນ ເພາະຍັງມີພາຫະນະ 7 ແສນກວ່າຄັນ ບໍ່ທັນໄດ້ມາເສຍຄ່າທໍານຽມທາງພາກ ສ່ວນກ່ຽວຂ້ອງມີແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝ. ແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝລົດທີ່ບໍ່ທັນໄດ້ເສຍຄ່າທາງ

ມີພຽງ 1 ແສນກວ່າຄັນເສຍຄ່າທາງ 2019 ຮຽກຮ້ອງເຈົ້າຂອງລົດຮີບຈ່າຍກ່ອນຈະຖືກໃໝ

ພະແນກສວຍສາອາກອນ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ: ມີບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະຢູ່ນະຄອນຫຼວງວຽງຈັນ ຕື່ນຕົວໄປເສຍຄ່າທໍານຽມທາງ ປີ 2019 ແລ້ວ 100.000 ກວ່າຄັນ ໄດ້ເງິນ 18 ຕື້ກວ່າກີບ; ຂະນະດຽວກັນ, ຮຽກຮ້ອງໃຫ້ເຈົ້າຂອງພາຫະນະ ຮີບຟ້າວໄປເສຍຄ່າທາງ ຖ້າກາຍເດືອນມີນານີ້ ຫຼື ວ່ານັບແຕ່ວັນທີ...