ມີພຽງ 1 ແສນກວ່າຄັນເສຍຄ່າທາງ 2019 ຮຽກຮ້ອງເຈົ້າຂອງລົດຮີບຈ່າຍກ່ອນຈະຖືກໃໝ

ພະແນກສວຍສາອາກອນ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ: ມີບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະຢູ່ນະຄອນຫຼວງວຽງຈັນ ຕື່ນຕົວໄປເສຍຄ່າທໍານຽມທາງ ປີ 2019 ແລ້ວ 100.000 ກວ່າຄັນ ໄດ້ເງິນ 18 ຕື້ກວ່າກີບ; ຂະນະດຽວກັນ, ຮຽກຮ້ອງໃຫ້ເຈົ້າຂອງພາຫະນະ ຮີບຟ້າວໄປເສຍຄ່າທາງ ຖ້າກາຍເດືອນມີນານີ້ ຫຼື ວ່ານັບແຕ່ວັນທີ 1 ເມສາ ເປັນຕົ້ນໄປ ຈະຖືກປັບໃໝຕາມ 0,1% ຕໍ່ວັນ.

ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າພະແນກສວຍສາອາກອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 13 ມີນາ 2019 ວ່າ:

ທົ່ວນະຄອນຫຼວງວຽງຈັນ ມີພາຫະນະທີ່ຂຶ້ນທະບຽນຢູ່ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນັບແຕ່ປີ 2011-2017 ທັງໝົດ 844.251 ຄັນ, ແຕ່ວ່າ ລົດທີ່ນໍາໃຊ້ຕົວຈິງ ໃນນະຄອນຫຼວງວຽງຈັນ ໃນປັດຈຸບັນ ມີຈໍານວນ 438.703 ຄັນ (ສ່ວນເຫຼືອເປ່ເພ ອາດໃຊ້ການບໍ່ໄດ້) ໃນນີ້ລົດຈັກກວມເອົາ 272.322 ຄັນ.

ຜົນຂອງການຈັດຕັ້ງປະຕິບັດເກັບຄ່າທໍານຽມທາງ 2019 ນັບແຕ່ເດືອນມັງກອນ ຫາ 13 ມີນາ 2019 ໃນເວລາ 14:00 ໂມງ ມີ 107.450 ຄັນ ລວມເປັນເງິນ 18.364.459.000 ກີບ.

ທ່ານ ສົມພອນ ພິມມະສອນ ຍັງຮຽກຮ້ອງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະ ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມຕື່ນຕົວໄປເສຍຄ່າທໍາທຽມທາງ ເພື່ອເຮັດໃຫ້ການເກັບຄ່າທໍານຽມທາງ ປະຈໍາປີ 2019 ໃຫ້ຖືກຈັດຕັ້ງປະຕິບັດຖືກຕາມກໍານົດເວລາ ແລະ ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ; ເຊິ່ງບໍ່ໃຫ້ກາຍເດືອນມີນາ 2019 ນີ້ ໝາຍຄວາມວ່າ ນັບແຕ່ວັນທີ 1 ເມສາ ເປັນຕົ້ນໄປ ຖ້າບໍ່ໄປເສຍຄ່າທາງ ຈະຖືກປັບໃໝ 0,1% ຕໍ່ວັນ. 

ກໍລະນີບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ, ນອກຈາກຈະເສຍຄ່າທໍານຽມທາງອັດຕາທີ່ກໍານົດໄວ້ໃນລັດຖະບັນຍັດ ວ່າດ້ວຍ ຄ່າທໍານຽມ ຄືນແລ້ວ ຍັງຈະຖືກປະຕິບັດມາດຕະການປັບໃໝດັ່ງນີ້:

ຖືກປັບໃໝ 60% ຂອງມູນຄ່າທໍານຽມທາງຕໍ່ປີ ກໍລະນີບໍ່ເສຍຄ່າທໍານຽມທາງ ນັບແຕ່ປີ 2017 ຄືນຫຼັງ ແລະ ຖືກປັບໃໝ 40% ຂອງຄ່າທໍານຽມທາງ ກໍລະນີບໍ່ເສຍຄ່າທໍານຽມທາງ ປະຈໍາປີ 2018.

ທ່ານຮອງຫົວໜ້າພະແນກສອບສວນ ນະຄອນຫຼວງວຽງຈັນ ຍັງໃຫ້ຮູ້ວ່າ:

ຜົນຂອງການເກັບຄ່າທໍານຽມທາງ ປະຈໍາປີ 2017 ປະຕິບັດໄດ້ພຽງ 53,56% ຂອງຈໍານວນພາຫະນະທັງໝົດ 438.703 ຄັນ ມີເງິນ 55 ຕຶ້ກີບ, ສ່ວນປີ 2018 ໄດ້ 235.000 ຄັນ ໄດ້ເງິນ 59,39 ຕື້ກີບ ເທົ່າກັບ 53%.