ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄຳສັ່ງເລກທີ 62/ນຍ ແລະ ແຜນການສືບຕໍ່ແກ້ໄຂ ບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຢູ່ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ມີບັນດາຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ການນຳຂັ້ນເມືອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທວາຍ ສີລິປັນຍາທອງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ຍົກໃຫ້ເຫັນວ່າ: ບັນ ຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວປະກອບອາຊີບແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ແຂວງຄຳມ່ວນ ເປັນບັນຫາຊຳເຮື່ອມາຫຼາຍປີ ທີ່ເຮັດໃຫ້ອຳນາດການປົກຄອງທ້ອງຖິ່ນຕ້ອງກຳນົດລະບຽບການ ແລະ ວິທີການໃນການແກ້ໄຂຈາກການປະຕິບັດການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວທັງ 2 ໄລຍະ ມີຜົນສໍາເລັດໃນການຈັດຕັ້ງປະຕິບັດຕາມຄາດໝາຍ; ເຊິ່ງການຂຶ້ນທະບຽນຄັ້ງທີ 1 ໃນ ປີ 2016 ໄດ້ທັງໝົດ 2.004 ຄົນ ຍິງ 582 ຄົນ. ໃນນີ້, ມີສັນຊາດຫວຽດນາມ 1.677 ຄົນ ຍິງ 487 ຄົນ, ສັນຊາດຈີນ 208 ຄົນ ຍິງ 72 ຄົນ, ສັນຊາດໄທ 113 ຄົນ ຍິງ 23 ຄົນ ແລະ ສັນຊາດອິນເດຍ 6 ຄົນ.

ຄັ້ງທີ 2 ໃນປີ 2018, ແກ້ໄຂໄດ້ທັງໝົດ 1.330 ຄົນ ຍິງ 400 ຄົນ. ໃນນີ້, ມີສັນຊາດຫວຽດນາມ 1.101 ຄົນ ຍິງ 330 ຄົນ, ສັນຊາດຈີນ 185 ຄົນ ຍິງ 67 ຄົນ, ສັນຊາດໄທ 42 ຄົນ ຍິງ 3 ຄົນ, ສັນຊາດແຟງລັງ 1 ຄົນ ແລະ ສັນຊາດມາເລເຊຍ 1 ຄົນ.