ປະຊາຊົນໃນນະຄອນຫຼວງມະນິລາຂອງຟິລິບປິນ ປະເຊີນກັບບັນຫາຂາດນ້ຳຢ່າງຮ້າຍແຮງທີ່ສຸດໃນຮອບຫຼາຍປີ ເຮັດໃຫ້ຫຼາຍຄອບຄົວຕ້ອງຫາຖັງມາຕໍ່ແຖວ ເພື່ອເອົານ້ຳຈາກລົດບັນທຸກນ້ຳ, ສ່ວນໂຮງໝໍບາງແຫ່ງຮອງຮັບສະເພາະຄົນປ່ວຍສຸກເສີນເທົ່ານັ້ນ.

ຂ່າວລາຍງານໃຫ້ຮູ້ວ່າ: ໃນແຕ່ລະມື້ທໍ່ນ້ຳປະປາບໍ່ມີນ້ຳໄຫຼເປັນເວລາ 4-20 ຊົ່ວໂມງ ເຮັດໃຫ້ປະຊາຊົນຫຼາຍກວ່າເຄິ່ງໜຶ່ງໃນນະຄອນຫຼວງມະນິລາ ທີ່ມີປະຊາກອນ 12 ລ້ານຄົນບໍ່ມີນ້ຳໃຊ້ ເນື່ອງຈາກບໍ່ມີຝົນຕົກ ແລະ ລະບົບສາທາລະນຸປະໂພກບໍ່ພຽງພໍ. ພາວະຂາດນ້ຳໃນນະຄອນຫຼວງຂອງຟິລິບປິນ ເກີດຂຶ້ນຕັ້ງແຕ່ທ້າຍອາທິດທີ່ຜ່ານມາ, ເຊິ່ງບາງພື້ນທີ່ຝັ່ງຕາເວັນອອກຂອງນະຄອນຫຼວງມະນິລາ ແມ່ນພົບບັນຫາຢ່າງຮ້າຍແຮງ ເຖິງຂັ້ນບໍ່ມີນ້ຳໄຫຼ. ບໍລິສັດ ນ້ຳປະປາມະນິລາ, ເຊິ່ງເປັນໜຶ່ງໃນຜູ້ໃຫ້ບໍລິການໃນເມືອງຫຼວງຂອງຟິລິບປິນ ຖະແຫຼງການວ່າ ຈະໃຊ້ແຜນຈັດການສົ່ງນ້ຳໃຫ້ເທົ່າທຽມກັນໃນທຸກໆພື້ນທີ່ຂອງນະຄອນຫຼວງມະນິລາ ເພື່ອປັນສ່ວນນ້ຳໃຫ້ທົ່ວເຖິງປະຊາ ຊົນ.

ຜູ້ຈັດການບໍລິສັດ ນ້ຳປະປາມະນິລາ ກ່າວອີກວ່າ ເຫດການຄັ້ງນີ້ເປັນບັນຫາຂາດນ້ຳຄັ້ງຮ້າຍແຮງທີ່ສຸດຂອງນະຄອນຫຼວງມະນິລາ ໂດຍໃນປີ 2018 ເກີດບັນຫາຮ້າຍແຮງເຊັ່ນດຽວກັນ ແຕ່ມີຝົນຕົກຫຼາຍເຮັດໃຫ້ຜ່ານພົ້ນບັນຫານັ້ນໄປໄດ້ ແລະ ຄາດວ່າ ພາວະຂາດນ້ຳໃນຄັ້ງນີ້ຈະແກ່ຍາວໄປຮອດເດືອນກໍລະກົດ, ເຊິ່ງເປັນຈະເປັນໄລຍະລະດູຝົນ.