ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນວັນທີ 12-13 ມີນາ 2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນ ໃນວັນທີ 12-13 ມີນາ 2019 ໂດຍການຕ້ອນຮັບຢ່າງສົມກຽດຈາກ ທ່ານ ນາງ ອັງເກລາ ແມກເກລ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອເປັນນິມິດໝາຍອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໂດຍຝ່າຍເຢຍລະມັນ ຈະເພີ່ມການຊ່ວຍເຫຼືອໃນການພັດທະນາ ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຊ້າຍ) – ທ່ານ ນາງ ອັງເກລາ ແມກເກລ ນາຍົກລັດຖະມົນຕີ ແຫ່ງ ສສ ເຢຍລະມັນ

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບ ທ່ານ ນາງ ອັງເກລາ ແມກເກລ ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາຍາວນານ ລະຫວ່າງສອງປະເທດ, ນັບຕັ້ງແຕ່ ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958 ເປັນຕົ້ນມາ.

ການຊ່ວຍເຫຼືອຂອງ ສສ ເຢຍລະມັນ ຕໍ່ ສປປ ລາວ ແມ່ນສຸມໃສ່ສອງຂະແໜງການບຸລິມະສິດຄື:

ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາຍາວນານ ລະຫວ່າງ ລາວ-ເຢຍລະມັນ

ການຮ່ວມມືທາງດ້ານເຕັກນິກ ຜ່ານ ອົງການຮ່ວມມືສາກົນ ເພື່ອການພັດທະນາ ເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານ ທະນາຄານສິນເຊື່ອ ເພື່ອການພັດທະນາ ເຢຍລະມັນ (KfW) ໂດຍສອດຄ່ອງກັບເປົ້າໝາຍລວມຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ສປປ ລາວ ເປັນຕົ້ນແມ່ນ

ເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth), ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ, ລວມທັງທຸລະກິດຂະໜາດກາງ (SME) ແລະ ຈຸລະວິສາຫະກິດ (MSME).

ສໍາລັບການຊ່ວຍເຫຼືອ ໃນປີ 2018-2020 ມີມູນຄ່າສູງເຖິງ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ. 

ກອງປະຊຸມປຶກສາຫາລື ລະຫວ່າງ ຄະນະຜູ້ແທນ ລາວ-ເຢຍລະມັນ

ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະອື່ນໆ.

ໃນຂະນະດຽວກັນນັ້ນ, ຝ່າຍເຢຍລະມັນ ຍັງໄດ້ຢືນຢັນທີ່ຈະສືບຕໍ່ເພີ່ມການຊ່ວຍເຫຼືອ ໃນການພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ເທື່ອລະກ້າວ.