ວັນສັກວັກຊີນກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ການລະບາດ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ

ກະຊວງສາທາລະນະສຸກ ໄດ້ດຳເນີນກອງປະຊຸມກະກຽມເປີດບັ້ນຂະບວນການ ວັນສັກວັກຊີນກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ການລະບາດ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ໂຮງແຮມດອນຈັນພາເລດ ໃນວັນທີ 15 ມີນາ 2019 ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ແນວລາວສ້າງຊາດ ແຂວງ, ພະແນກສາທາລະນະສຸກ ແຂວງ ແລະ ບັນດາທ່ານຜູ້ຕາງໜ້າຈາກ ອົງການອະນາໄມໂລກ, ອຸຍນີເຊັບ, ກາວີ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ:

ກອງ​ປະ​ຊຸມຄັ້ງນີ້ ຈັດຂຶ້ນເພື່ອກະກຽມຄວາມ​ພ້ອມ ໃນການຈັດຕັ້ງປະຕິບັດ ວັນສັກຢາກັນພະຍາດແຫ່ງຊາດ ເພື່ອກຳຈັດພະຍາດໝາກແດງ, ອັນ​ສ​ຳ​ຄັນ​ທີ່​ສຸດ ແມ່ນ​ເພື່ອ​ຄົ້ນ​ຄວ້າ​ສົນ​ທະ​ນາ ແລະ ແບ່ງ​ຄວາມ​ຮັບ​ຜິດ​ຊອບ ແລະ ໜ້າທີ່ ໃຫ້​ແຕ່​ລະ​ພາກ​ສ່ວນ ເພື່ອສ້າງເງື່ອນໄຂເຮັດໃຫ້ ວັນສັກຢາກັນພະຍາດແຫ່ງຊາດ ທີ່ຈະປະຕິບັດໃນມໍ່ໆນີ້ ໃຫ້ບັນລຸ 95% ຂຶ້ນໄປໃນ​ທຸກ​ເມືອງ, ທຸກ​ບ້ານ ເພື່ອ​ປິດ​ຊ່ອງວ່າງ​ດ້ານ​ພູມ​ຄຸ້ມ​ກັນ​ຕໍ່​ພະ​ຍາດ​ໝາກ​ແດງ.

ສປປ ລາວ ມີອັດຕາປົກຄຸມສັກຢາກັນພະຍາດໝາກແດງ ຮອບປົກກະຕິທົ່ວປະເທດ ໄດ້ເພີ່ມຂຶ້ນຈາກ 40% ໃນປີ 2007 ມາເປັນ 80% ໃນປີ 2018. ອັນສໍາຄັນ ແມ່ນໄດ້ຈັດວັນສັກຢາກັນພະຍາດ​ໝາກແດງຂຶ້ນ 4 ຄັ້ງ ທົ່ວປະເທດ ຄື: ໃນປີ 2007 (ລຸ່ມ 15 ປີ) ບັນ​ລຸ​ໄດ້ 96%, 2011 (ລຸ່ມ 19 ປີ) ບັນ​ລຸ​ໄດ້ 97%, 2014 (ລຸ່ມ 10 ປີ) ບັນ​ລຸ​ໄດ້ 100% ແລະ ປີ 2017 (ລຸ່ມ 5 ປີ) ບັນ​ລຸ​ໄດ້ 99%.

ແຕ່ເຖິງວ່າ ຈະມີການເພີ່ມຂຶ້ນຂອງອັດຕາປົກຄຸມສັກຢາກັນພະຍາດ ໃນລະບົບປົກກະຕິ ທົ່ວປະເທດ ແລ້ວກໍ່ຕາມ, ແຕ່ຍັງມີ 11 ແຂວງ ຈາກທັງໝົດ 18 ແຂວງ ທົ່ວປະເທດ ທີ່ມີລາຍງານອັດຕາປົກຄຸມສັກຢາກັນພະຍາດໝາກແດງ ຕໍ່າກວ່າ 80%, ໃນນັ້ນມີ 4 ແຂວງຕໍ່າກວ່າ 70%. ດັ່ງນັ້ນ, ຈຶ່ງເຮັດໃຫ້ຫຼາຍທ້ອງຖິ່ນມີພູມຕ້ານທານຂອງຊຸມຊົນຕໍ່າ, ມີຄວາມສ່ຽງສູງຈະເກີດມີການລະບາດ ດັ່ງ​ທີ່​ປະ​ກົດ​ຂຶ້ນ​ໃນ​ເວ​ລານີ້.

ເຊິ່ງສ່ອງ​ແສງ​ໃຫ້​ເຫັນ​ວ່າ:

ຍັງ​ມີ​ກຸ່ມ​ເປົ້າ​ໝາຍ ພາດ​ໂອ​ກາດ​ມາ​ຕະ​ຫຼອດ ຈຶ່ງ​ເຮັດ​ໃຫ້​ກຸ່ມນັ້ນ ກາຍ​ເປັນ​ເປົ້າ​ຈູ່​ໂຈມ​ຂອງ​ພະ​ຍາດໝາກ​ແດງ​ໃຫຍ່ ຍ້ອນ​ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ວັກ​ຊີນ​ກັນ​ພະ​ຍາດໝາກ​ແດງ​ ເລີຍ ແມ່ນ​ແຕ່ 1 ເຂັມ.

ເພື່ອຕອບໂຕ້ສະພາບການລະບາດຂອງ ພະຍາດໝາກແດງ ທີ່ກໍາລັງເກີດຂຶ້ນໃນເວລານີ້ ແລະ ເພື່ອສ້າງ​ຖານ​ພູມ​ຄຸ້ມ​ກັນ​ຕໍ່​ພະ​ຍາດໝາກ​ແດງ​ໃຫຍ່ ​ໃນ​ທົ່ວ​ປະ​ເທດ​, ບໍ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ລະ​ບາດ​ຄືນໃໝ່ອີກ, ທາງ ກະຊວງສາທາລະນະສຸກ, ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍຄູ່ຮ່ວມພັດທະນາ ໄດ້ຈັດຕັ້ງປະຕິບັດ ວັນສັກວັກຊີນແຫ່ງຊາດ ກັນພະຍາດໝາກແດງ ຂຶ້ນໃນເດືອນມີນາ ແລະ ເມສາ ປີ 2019 ໃນຂອບເຂດທົ່ວປະເທດ, ແນໃສ່ເປົ້າໝາຍເດັກອາຍຸ ລະຫວ່າງ 6 ເດືອນ ຫາລຸ່ມ 10 ປີ ຢູ່ 14 ແຂວງ ​ຄື: ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ແລະ ລະຫວ່າງ 6 ເດືອນ ຫາລຸ່ມ 20 ປີ ໃນ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ​ແຂວງວຽງຈັນ ແລະ ໄຊສົມບູນ.

ທັງນີ້, ກໍເພື່ອຕັດຕ່ອງໂສ້ການຕິດຕໍ່ຂອງພະຍາດໝາກແດງໃຫຍ່, ໝາກແດງນ້ອຍ ແລະ ທັງເປັນການຍົກອັດຕາການສັກຢາກັນພະຍາດປົກກະຕິ ໃຫ້ເດັກ​ນ້ອຍ​ລຸ່ມ 1 ປີ ໄດ້ 90% ຂຶ້ນໄປໃນທຸກບ້ານ, ທຸກເມືອງ ໃນຂອບເຂດທົ່ວປະເທດ, ໂດຍມີ​ເປົ້າ​ໝາຍ​ທັງ​ໝົດ 1.869.856 ຄົນ ໃນ​ທົ່ວ​ປະ​ເທດ.