ຂ່າວຕ່າງປະເທດໃຫ້ຮູ້ໃນວັນທີ 15 ມີນາທີ່ຜ່ານມາວ່າ: ສຳນັກງານບໍລິາຫນການບິນແຫ່ງຊາດອາເມລິກາ (FAA) ເຮືອບິນໂບອິງ 737 ແມັກ ທັງລຸ້ນ 8 ແລະ ລຸ້ນ 9 ອາດຖືກລະງັບການນຳໃຊ້ຢ່າງໜ້ອຍຈົນເຖິງເດືອນພຶດສະພາ 2019, ເນື່ອງຈາກຕ້ອງລໍຖ້າການກວດສອບ ແລະ ແກ້ໄຂລະບົບຢ່າງລະອຽດດີ ແລ້ວນຳໄປຕິດຕັ້ງໃຫ້ເຮືອບິນທຸກລຳຄືນໃໝ່ກ່ອນ ຈຶ່ງຈະອະນຸຍາດໃຫ້ນຳໃຊ້ໄດ້ອີກຄັ້ງ; ເຊິ່ງໃນຂັ້ນຕອນກວດສອບ ແລະ ແກ້ໄຂລະບົບ ຕ້ອງໃຊ້ເວລາຫຼາຍອາທິດ ໃນຂະນະທີ່ຂັ້ນຕອນນຳໄປຕິດຕັ້ງໃໝ່ໃຫ້ເຮືອບິນທຸກລຳ ຄາດວ່າຕ້ອງໃຊ້ເວລາເປັນເດືອນຈຶ່ງຈະສຳເລັດ.

ສາເຫດຂອງເລື່ອງດັ່ງກ່າວເກີດຈາກອຸບັດຕິເຫດທີ່ເຮືອບິນໂບອິງ 737 ແມັກ 8 ຂອງສາຍການບິນເອທິໂອປຽນ ຕົກເມື່ອຕົ້ນເດືອນທີ່ຜ່ານມາ, ເຮັດໃຫ້ຫຼາຍສາຍການບິນທົ່ວໂລກ ສັ່ງໂຈະການນຳໃຊ້ເຮືອບິນລຸ້ນດັ່ງກ່າວ ເພື່ອລໍຖ້າຂໍ້ມູນ ແລະ ສາເຫດທີ່ພາໃຫ້ເກີດອຸບັດຕິເຫດໃນຄັ້ງນັ້ນ; ປັດຈຸບັນ, ປະເທດຝຣັ່ງ ໄດ້ເລີ່ມກວດສອບກ່ອງດຳຂອງເຮືອບິນລຳທີ່ຕົກນັ້ນແລ້ວ ແຕ່ຄາດວ່າຕ້ອງໃຊ້ເວລາດົນສົມຄວນຈຶ່ງຈະສາມາດຮູ້ໄດ້ເຖິງສາເຫດ ທັງນີ້ກໍຂຶ້ນກັບສະພາບຂອງກ່ອງດຳວ່າໄດ້ຮັບຄວາມເສຍຫາຍຫຼາຍປານໃດ.