ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ເນັ້ນໃຫ້ບັນດາຄະນະກໍາມະການແນວລາວ ສ້າງຊາດ ແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ພ້ອມທັງປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ມີສະຕິຊາດສູງ ແລະ ເກັບກໍາຄວາມຄິດຄວາມເຫັນຂັດຂ້ອງໝອງໃຈຂອງປະຊາຊົນບັນດາເຜົ່າ ຢູ່ ທ້ອງຖິ່ນ ເພື່ອຫາວິທີແກ້ໄຂ.

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ກ່າວໃນ ກອງປະຊຸມສາມັນ ຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ X ໃນວັນທີ 12 ມີນາ 2019 ວ່າ:

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ

ຄະນະກໍາມະການແນວລາວສ້າງຊາດ ແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ໂດຍສະເພາະຢູ່ເຂດຊົນນະບົດ ດ້ວຍຫຼາຍຮູບການ ແລະ ວິທີການ ເປັນຕົ້ນແມ່ນ

ການເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆທີ່ສຳຄັນຂອງພັກ-ລັດ, ມູນເຊື້ອອັນດີງາມ, ຜົນງານອັນໂດດເດັ່ນຂອງພັກ-ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ແລະ ລົງຮາກຖານພົບປະ ແລະ ເກັບກໍາຄວາມຂັດຂ້ອງໝອງໃຈ, ຫາງສຽງສັງຄົມ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ, ຄວາມຫຍຸ້ງຍາກໃນດ້ານເສດຖະກິດ-ການເງິນ, ສະພາບການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ແລະອື່ນໆ;

ພ້ອມທັງປຸກລະດົມປະຊາຊົນບັນດາເຜົ່າ ມີສະຕິຊາດສູງ, ກຽມພ້ອມຕອບຕ້ານຕໍ່ທຸກກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ພ້ອມກັນນັ້ນ, ທ່ານຍັງເນັ້ນໃຫ້ສະມາຊິກແນວລາວສ້າງຊາດ ແຕ່ສູນກາງຮອດທ້ອງຖິ່ນ ສົບທົບກັບ ຄະນະພັກ, ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ ເອົາໃຈໃສ່ກະກຽມສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການ; ສືບຕໍ່ຊີ້ນໍາ-ນໍາພາຕໍ່ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງ ແນວລາວສ້າງຊາດ ໃຫ້ເປັນຂະບວນກວ້າງຂວາງ ຕິດພັນກັບ ການສ້າງຄອບຄົວ ແລະ ສ້າງບ້ານພັດທະນາຢູ່ທ້ອງຖິ່ນ ຮາກຖານທິດ 3 ສ້າງ.

ກອງປະຊຸມ ໄດ້ຮັບຮອງເອົາ ຮ່າງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານແນວລາວສ້າງຊາດ ປີ 2018 ແລະ ທິດທາງແຜນການເຄື່ອນໄຫວ ປີ 2019, ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆຂອງ ຜູ້ຕາງໜ້າອົງການພາຄີຈາກ ແນວລາວສ້າງຊາດ ແຂວງ ແລະ ຕາງໜ້າພີ່ນ້ອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງ ບົດແນະນໍາກ່ຽວກັບ ການຜັນຂະຫຍາຍຜົນສໍາເລັດ ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ປີ 2018 ແລະ ຮັບຟັງການສະເໜີແຕ່ງຕັ້ງ ກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ເພີ່ມເຕີມ ແລະ ປ່ຽນແທນຈໍານວນ 9 ທ່ານ.