ວັນທີ 15 ມີນາ 2019, ເກີດເຫດຂົວຂ້າມຖະໜົນທີ່ເປັນຈຸດເຊື່ອມຕໍ່ລະຫວ່າງສະຖານີລົດໄຟ ກັບຖະໜົນໃນເມືອງມຸມໄບ ປະເທດອິນເດຍ ຫັກລົງມາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ໄດ້ຮັບບາດເຈັບ 36 ຄົນ; ເຫດການດັ່ງກ່າວຂຶ້ນນເວລາປະມານ 21:00 ໂມງ (ຕາມເວລາບ້ານເຮົາ) ເຊິ່ງເປັນເວລາທີ່ມີຜູ້ຄົນຈຳນວນຫຼາຍກຳລັງສັນຈອນໄປ-ມາຕາມທ້ອງຖະໜົນ ເຮັດໃຫ້ຊາກຂົວທີ່ຫັກລົງມານັ້ນ ທັບໃສ່ລົດຍົນທີ່ກຳລັງສັນຈອນ ຈົນມີຜູ້ໄດ້ຮັບບາດເຈັບຈຳນວນຫຼາຍ, ບາງຄົນອາກາສາຫັດຈົນໜ່ວຍກູ້ໄພຕ້ອງຟ້າວນຳສົ່ງໂຮງໝໍ.

        ອຳນາດການປົກຄອງທອ້ງຖິ່ນ ຖະແຫຼງວ່າ: ຂົວຂ້າມຖະໜົນດັ່ງກ່າວມີອາຍຸການນຳໃຊ້ງານມາແລ້ວປະມານ 39 ປີ ເຊິ່ງຜ່ານມາໄດ້ມີຜູ້ຄົນຈຳນວນຫຼາຍສິບພັນຄົນໃຊ້ຍ່າງຂ້າມເພື່ອໄປສະຖານີລົດໄຟໃນແຕ່ລະວັນ, ໂດຍໃນປີຜ່ານມາ ໄດ້ມີການກວດກາສະພາບການນຳໃຊ້ຂອງຂົມດັ່ງກ່າວມາແລ້ວ ແລະ ໄດ້ພົບຮ່ອງຮອຍຄວາມເສຍຫາຍຢູ່ເທິງຂົວພຽງເລັກໜ້ອຍ ຈຶ່ງບໍ່ໄດ້ແຈ້ງໃຫ້ມີການສ້ອມແປງ ແລະ ສຸດທ້າຍກໍເກີດເຫດການດັ່ງກ່າວຂຶ້ນ; ເຊິ່ງຫຼ້າສຸດ, ເຈົ້າໜ້າທີ່ໄດ້ເລັ່ງສອບສວນຜຄ້ຮັບເໝົາຢ່າງລະອຽດກ່ຽວກັບລະບົບໂຄງສ້າງຂອງຂົວດັ່ງກ່າວແລ້ວ.