ຍັງ 7 ແສນກວ່າຄັນ ບໍ່ທັນໄດ້ເສຍຄ່າທຳນຽມທາງ ສ້າງແຜນຮ່ວມຈະລາຈອນ ຕັ້ງດ່ານປັບໃໝ

0
1714

ການເສຍທ່າທໍານຽມທາງ ປະຈໍາປີ 2019 ຢູ່ນະຄອນຫຼວງວຽງຈັນ ຈະສິ້ນສຸດລົງໃນວັນທີ 30 ມິຖຸນານີ້, ມາເຖິງປັດຈຸບັນ ການເສຍຄ່າທໍານຽມທາງຍັງບໍ່ທັນເປັນຂະບວນການຟົດຟື້ນເທົ່າທີ່ຄວນ ເພາະຍັງມີພາຫະນະ 7 ແສນກວ່າຄັນ ບໍ່ທັນໄດ້ມາເສຍຄ່າທໍານຽມທາງພາກ ສ່ວນກ່ຽວຂ້ອງມີແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝ.

ແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝລົດທີ່ບໍ່ທັນໄດ້ເສຍຄ່າທາງ

ທ່ານ ສົມພອນ ພິມມະສອນ ຮອງສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ໃຫ້ຮູ້ໃນວັນທີ 14 ມິຖຸນາ 2019 ວ່າ:

ພາຍຫຼັງກະຊວງການເງິນໄດ້ເລື່ອນເວລາເສຍຄ່າທໍານຽມທາງໃຫ້ມາສິ້ນສຸດ ໃນວັນທີ 30 ມິຖຸນາ 2019, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າຍັງມີຜູ້ໃຊ້ລົດຈໍານວນຫຼາຍ ຍັງບໍ່ທັນມີສະຕິຕື່ນຕົວມາເສຍຄ່າທໍານຽມທາງຕາມເວລາທີ່ກໍານົດໄວ້, ເຊິ່ງໃນນະຄອນຫຼວງວຽງຈັນ ມີພາຫະນະທີ່ຕ້ອງເສຍຄ່າທໍານຽມທາງທັງ ໝົດ 9 ແສນກວ່າຄັນ, ແຕ່ມີ 2 ແສນ ກວ່າຄັນເທົ່ານັ້ນທີ່ເສຍຄ່າທໍານຽມທາງແລ້ວ ເລີຍເຮັດໃຫ້ການຈັດຕັ້ງປະຕິບັດວຽກງານເສຍຄ່າທໍານຽມທາງ ປະຈໍາປີ 2019 ບໍ່ທັນໄດ້ເຄິ່ງໜຶ່ງຂອງຈໍານວນພາຫະນະທັງໝົດ.

ແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝລົດທີ່ບໍ່ທັນໄດ້ເສຍຄ່າທາງ

ພາຍຫຼັງກໍານົດເວລາສິ້ນສຸດລົງ ຖ້າຍັງລົດຄັນໃດບໍ່ທັນໄດ້ໄປເສຍຄໍາທໍານຽມທາງ, ພາກສ່ວນກ່ຽວຂ້ອງຈະໃຊ້ມາດຕະການປັບໃໝ ເລີ່ມແຕ່ເດືອນກໍລະກົດ 2019 ເປັນຕົ້ນໄປ, ປັດຈຸບັນ ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ, ທະນາຄານການຄ້າຕ່າງປະ
ເທດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ສໍາເລັດຝຶກອົບຮົມວຽກງານ
ເສຍຄ່າທໍານຽມທາງໃຫ້ກັບພະແນກຕໍາຫຼວດຈະລາຈອນ ໂດຍມີແຜນໃຫ້ຕໍາຫຼວດຈະລາຈອນຕັ້ງດ່ານກວດກາພາຫະນະແນະນໍາໃຫ້ໄປເສຍຄ່າທໍານຽມທາງ; ໃນກໍລະນີພົບເຫັນລົດທີ່ບໍ່ທັນເສຍແມ່ນໃຫ້ເສຍກັບທີ່ມີພະນັກງານທະນາຄານອໍານວຍຄວາມສະດວກ
ພ້ອມທັງປັບໃໝຕາມເປີເຊັນຂອງມູນຄ່າເສຍແຕ່ລະປີທີ່ກໍານົດໄວ້ ແລະ ໄດ້ທົດລອງຕັ້ງດ່ານກວດກາຢູ່ 3 ຈຸດ ພົບວ່າຍັງມີລົດເປັນຈໍານວນຫຼວງຫຼາຍບໍ່ທັນໄດ້ເສຍຄ່າທໍານຽມທາງ.

ແຜນຮັບມືຮ່ວມຈະລາຈອນຕັ້ງດ່ານກວດປັບໃໝລົດທີ່ບໍ່ທັນໄດ້ເສຍຄ່າທາງ