ສະມາຄົມນັກຮົບເກົ່າ ແຂວງເຊິນລາ ໄດ້ແລກປ່ຽນບົດຮຽນກັບ ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ
ສະມາຄົມນັກຮົບເກົ່າ ແຂວງເຊິນລາ ໄດ້ແລກປ່ຽນບົດຮຽນກັບ ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ

ສະມາຄົມນັກຮົບເກົ່າ ແຂວງເຊິນລາ ໄດ້ແລກປ່ຽນບົດຮຽນກັບ ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງໄຊຍະບູລີ ໃນວັນທີ 12 ມິຖຸນາ 2019, ຝ່າຍແຂວງໄຊຍະບູລີ ນໍາໂດຍ ພັທ ບຸນເຄນ ບົວລະຄອນ ປະທານສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ, ຝ່າຍແຂວງເຊິນລາ ສສ ຫວຽດນາມ ນຳໂດຍ ພົຈວ ເກີມຊ້ວນເອ ຄະນະປະທານສະມາຄົມນັກຮົບເກົ່າ ແຂວງເຊິນລາ ພ້ອມດ້ວຍຄະນະທັງສອງແຂວງ ເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມ, ຄະນະຜູ້ແທນທັງສອງແຂວງ ໄດ້ຜັດປ່ຽນກັນລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມ, ການພັດທະນາພື້ນຖານໂຄງລ່າງ, ວຽກງານຈັດຕັ້ງພັກ-ພະນັກງານ ແລະ ການເຄື່ອນໄຫວລະບົບການຈັດຕັ້ງ, ລວມທັງວຽກງານສະຫະພັນນັກຮົບເກົ່າ ຢູ່ແຂວງຂອງຕົນ ໃຫ້ກັນຮັບຮູ້.

ຝ່າຍແຂວງໄຊຍະບູລີ ນໍາໂດຍ ພັທ ບຸນເຄນ ບົວລະຄອນ - ຝ່າຍແຂວງເຊິນລາ ສສ ຫວຽດນາມ ນຳໂດຍ ພົຈວ ເກີມຊ້ວນເອ
ຝ່າຍແຂວງໄຊຍະບູລີ ນໍາໂດຍ ພັທ ບຸນເຄນ ບົວລະຄອນ – ຝ່າຍແຂວງເຊິນລາ ສສ ຫວຽດນາມ ນຳໂດຍ ພົຈວ ເກີມຊ້ວນເອ

ຈາກນັ້ນ, ທັງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນບົດຮຽນນຳກັນ ແລະ ເປັນເອກະພາບກັນວ່າ:

ທັງສອງຝ່າຍ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ໃນວຽກງານໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານສະມາຊິກ ສະຫະພັນນັກຮົບເກົ່າ ຂອງແຕ່ລະແຂວງກ່ຽວກັບ ມູນເຊື້ອສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ປະຊາຊົນສອງຊາດ, ອົງການນັກຮົບເກົ່າສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນ ອົງຄະນະພັກ-ອຳນາດການປົກຄອງປະຊາຊົນບັນດາເຜົ່າ, ກໍາລັງປະກອບອາວຸດ ແລະ ສະຫະພັນນັກຮົບເກົ່າສອງແຂວງ ໄຊຍະບູລີ-ເຊິນລາ.

ພິເສດແມ່ນ ປະສານສົມທົບເພື່ອໂຄສະນາສຶກສາອົບຮົມ ໃຫ້ຄົນຮຸ່ນໜຸ່ມທັງສອງແຂວງ ປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນ ອັນເປັນມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ເອກະພາບແລກປ່ຽນບົດຮຽນໃນວຽກພັດທະນາເສດຖະກິດຂອງບັນດາຄອບຄົວສະມາຊິກ ສະຫະພັນສະມາຄົມນັກຮົບເກົ່າ ໂດຍສະເພາະດ້ານການປູກຝັງ, ລ້ຽງສັດ, ການບໍລິການ ແລະ ການສ້າງຕັ້ງກອງທຶນ ເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກຢູ່ຮາກຖານ.

ລາວ-ຫວຽດນາມ

ນອກນີ້, ທັງສອງຝ່າຍ ຍັງເຫັນດີເປັນເອກະພາບກັນກ່ຽວກັບ ຜົນຂອງການພົບປະໃນຄັ້ງນີ້ ແລະ ຈະພ້ອມກັນນຳສະເໜີຂັ້ນເທິງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ ສະຫະພັນນັກຮົບເກົ່າ ທັງສອງແຂວງ.