ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018 ໃຫ້ 6 ໜ່ວຍພັກຮາກຖານທີ່ຂຶ້ນກັບຄະນະພັກ ກົມ 515 ກະຊວງ ປກສ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພົຕ ວັນທອງ ກອງມະນີ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ; ມີ ພົຈວ ສົມລິດ ດາວຮຸ່ງສຸລິ ເລຂາ ຄະນະພັກ ຫົວໜ້າກົມຕໍາຫຼວດ ຄຸມຂັງ-ດັດສ້າງ ແລະ ຄະນະພັກຮາກຖານ, ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

ພັທ ພັດສະດີ ນວນອາສາ ຮອງເລຂາຄະນະພັກ ຮອງຫົວໜ້າກົມ 515 ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 45/ຄພປກສ ລົງວັນ ທີ 26 ກຸມພາ 2019 ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳ ປີ 2018.

ຄະນະພັກກະຊວງປ້ອງກັນຄວາມສະຫງົບ ຕົກລົງມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ບັນດາໜ່ວຍພັກຮາກຖານທີ່ຂຶ້ນກັບຄະນະພັກກົມຕຳຫຼວດຄຸມຂັງ-ດັດສ້າງ ຈຳນວນ 6 ໜ່ວຍພັກທີ່ຂຶ້ນກັບ ຄື: ໜ່ວຍພັກຮາກຖານພະແນກຫ້ອງການ, ໜ່ວຍພັກຮາກຖານພະແນກຫ້ອງການເມືອງ, ໜ່ວຍພັກຮາກຖານພະແນກຄຸ້ມຄອງນັກໂທດ-ດັດສ້າງ, ໜ່ວຍພັກຮາກຖານພະແນກສືບສວນ-ສອບສວນ, ໜ່ວຍພັກ ຮາກຖານຄ້າຍຄຸມຂັງໂພນຕ້ອງ ແລະ ໜ່ວຍພັກຮາກຖານພະແນກສຶກສາອົບຮົມນັກໂທດ-ດັດສ້າງ.

ໃນພິທີ, ຍັງໄດ້ມອບທຸງໄຊໃຫ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ປີຕິດຕໍ່ກັນຈໍານວນ 2 ໜ່ວຍພັກຮາກຖານຄື: ໜ່ວຍພັກຮາກຖານພະແນກຫ້ອງການເມືອງ ແລະ ໜ່ວຍພັກຮາກຖານພະແນກຄຸ້ມຄອງນັກ ໂທດ-ດັດສ້າງ.