ໃນວັນທີ 15 ມິຖຸນາ 2019 ຜ່ານມາ, ທີ່ສະໜາມບິນສາກົນວັດໄຕ, ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າ ຫ້ອງວ່າການກະຊວງ ປກສ, ທ່ານ ມິຄາອິນ ບາຣານັອບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະ ຫະພັນລັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຈັດພິທີສົ່ງຄະນະການນຳຂັ້ນສູງກະຊວງ ປກສ ນຳ ໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍ ຄະນະ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ພ້ອມທັງເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ X ສຳລັບເຈົ້າໜ້າທີ່ການນຳຂັ້ນສູງດ້ານວຽກງານຄວາມໝັ້ນຄົງທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 17-20 ມິຖຸນາ 2019 ທີ່ເມືອງຢູຟາ ສະຫະພັນລັດເຊຍ.

ການເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ X ສຳລັບເຈົ້າໜ້າທີ່ການນຳຂັ້ນສູງດ້ານວຽກງານຄວາມໝັ້ນຄົງໃນຄັ້ງນີ້ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະ ຫະພັນລັດເຊຍ, ເວົ້າສະເພາະ ກໍຄື ກະຊວງ ປກສ ລາວ ແລະ ສະຫະພັນລັດເຊຍ ໃຫ້ນັບມື້ແໜ້ນແຟ້ນເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ພ້ອມກັນນັ້ນ, ກໍເພື່ອເປັນການຖອດຖອນບົດຮຽນໃນໄລຍະຜ່ານມາ, ເຊິ່ງຄະນະຜູ້ແທນທັງສອງຝ່າຍຈະໄດ້ພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການຮັກສາຄວາມສະຫງົບ-ປອດໄພ, ການຕ້ານການກໍ່ການຮ້າຍ ພ້ອມທັງສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຮັບປະກັນໃຫ້ທັງສອງປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ.