ສະຫຼຸບວຽກງານກໍ່ສ້າງຮາກຖານ ເຂດຈຸດສຸມໃຈກາງ ເມືອງບໍລິຄັນ

0
926

ກອງກໍ່ສ້າງຮາກຖານ ເຂດຈຸມສຸມໃຈກາງ ຂອງແຂວງບໍລິຄໍາໄຊ ໄດ້ສະຫຼຸບການປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ເຂດຈຸດສຸມໃຈກາງ ທີ່ບ້ານຜາເມືອງ ເມືອງບໍລິຄັນ ໃນວັນທີ 10 ມິຖຸນາ 2019, ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ ທັງເປັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ເຂົ້າຮ່ວມໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ບຸນມາ ບຸຈະເລີນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາວຽກງານຈຸດສຸມໃຈກາງ ຂັ້ນແຂວງ, ມີ ຫົວໜ້າກອງບັນຊາການ ປກສ ແຂວງ, ເຈົ້າເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງບ້ານ ແລະ ປກສ ບ້ານ ເຂົ້າຮ່ວມ.

ມີ ຫົວໜ້າກອງບັນຊາການ ປກສ ແຂວງ, ເຈົ້າເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງບ້ານ ແລະ ປກສ ບ້ານ ເຂົ້າຮ່ວມ
ມີ ຫົວໜ້າກອງບັນຊາການ ປກສ ແຂວງ, ເຈົ້າເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງບ້ານ ແລະ ປກສ ບ້ານ ເຂົ້າຮ່ວມ

ພັທ ຜາຂົງ ດອກມະນີຈັນ ຫົວໜ້າກອງເລຂາ ຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານ ປກສ ແຂວງ ກ່າວວ່າ:

ຜ່ານມາ, ຄະນະຮັບຜິດຊອບ ໄດ້ລົງເຜີຍແຜ່ລະບຽບກົດໝາຍ, ຄໍາສັ່ງຂອງຂັ້ນເທິງໃຫ້ພໍ່ແມ່ປະຊາຊົນ ໄດ້ສໍາເລັດ 5 ຄຸ້ມບ້ານ, ເກັບກໍາສະຖິຕິພົນລະເມືອງ ບ້ານຜາເມືອງ ມີ 70 ໜ່ວຍ, ມີ 1.085 ຄອບຄົວ, ຈໍານວນພົນ 7.810 ຄົນ ຍິງ 3.814 ຄົນ, ຂຶ້ນສໍາມະໂນຄົວແລ້ວ 993 ຄອບຄົວ ແລະ ຍັງບໍ່ທັນຂຶ້ນສໍາມະໂນຄົວ 65 ຄອບຄົວ; ພ້ອມທັງສາມາດຄັດຈ້ອນບັນດາພາກສ່ວນ ທີ່ຕິດພັນກັບ ປະກົດການຫຍໍ້ທໍ້, ເຊິ່ງໃນນັ້ນ ຄ້າ-ຂາຍ ແລະ ເສບຢາເສບຕິດ ມີ 155 ຄົນ ຍິງ 3 ຄົນ, ນັກເລງອັນຕະພານ, ລັກຊັບພົນລະເມືອງ, ອາລະວາດຕີກັນ ມີ 7 ຄົນ, ຍົກຍ້າຍຖິ່ນຖານມາບໍ່ຖືກຕ້ອງ 70 ຄອບຄົວ, ເຄື່ອນໄຫວທາງສາສະໜາ 35 ຄອບຄົວ, ຖາງປ່າຊະຊາຍ ແລະ ຈັບຈອງທີ່ດິນບໍ່ຖືກຕ້ອງ 17 ຄອບຄົວ.

ກອງກໍ່ສ້າງຮາກຖານ ເຂດຈຸມສຸມໃຈກາງ ຂອງແຂວງບໍລິຄໍາໄຊ
ກອງກໍ່ສ້າງຮາກຖານ ເຂດຈຸມສຸມໃຈກາງ ຂອງແຂວງບໍລິຄໍາໄຊ

ນອກຈາກນີ້, ຍັງສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 47 ຄົນ ຍິງ 5 ຄົນ, ດໍາເນີນຄະດີ 40 ຄົນ ຍິງ 5 ຄົນ, ສຶກສາອົບຮົມປ່ອຍຕົວ 7 ຄົນ, ຢຶດຂອງກາງ ປະເພດຢາບ້າໄດ້ 2.832 ເມັດ, ກັນຊາແຫ້ງ 1 ຫໍ່, ອຸປະກອນສູບຝິ່ນ 2 ຊຸດ, ທາດແຕກ 3 ແທ່ງ, ໝາກຝ້າ 68 ໜ່ວຍ, ປືນ 25 ກະບອກ, ຈັກສະຕິ່ນ 4 ເຄື່ອງ, ໝໍ້ຊ້ອດປາ 3 ເຄື່ອງ, ລົດຈັກ 2 ຄັນ, ລົດໃຫຍ່ 1 ຄັນ, ໂທລະສັບ 5 ເຄື່ອງ, ເງິນກີບ 95.768.000 ກີບ, ເງິນດົງ 1.710.000 ດົງ, ເງິນກີບປອມ ໃບລະໜຶ່ງແສນກີບ 33 ໃບ.

ທຶນສົມທົບກໍ່ສ້າງທາງປູຢາງ ພ້ອມ ທັງຕິດປ້າຍ 1 ເສັ້ນ ມູນຄ່າ 153.620.890 ກີບ
ທຶນສົມທົບກໍ່ສ້າງທາງປູຢາງ ພ້ອມ ທັງຕິດປ້າຍ 1 ເສັ້ນ ມູນຄ່າ 153.620.890 ກີບ

ຈາກນັ້ນ, ກອງກໍ່ສ້າງຮາກຖານ ຍັງໄດ້ປະກອບສ່ວນມອບໂທລະໂຄ່ງໃຫ້ບ້ານຜາເມືອງ ມູນຄ່າ 7.900.000 ກີບ, ຄອມພິວເຕີ 2 ຊຸດ ມູນຄ່າ 11.000.000 ກີບ, ຕູ້ນໍ້າເຢັນ, ໂຕະ-ຕັ່ງ ໃຫ້ ປກສ ກຸ່ມ 3 ບ້ານຜາເມືອງ ມູນຄ່າ 6.000.000 ກີບ, ລະດົມທຶນສົມທົບກໍ່ສ້າງທາງປູຢາງ ພ້ອມ ທັງຕິດປ້າຍ 1 ເສັ້ນ ມູນຄ່າ 153.620.890 ກີບ, ອອກແຮງງານລວມ ໄດ້ 3 ຄັ້ງ, ມີຜູ້ເຂົ້າຮ່ວມ 2.400 ຄົນ ຍິງ 1.024 ຄົນ, ໄດ້ຮັບການຊ່ວຍເຫຼືອຈາກບຸກຄົນ, ບໍລິສັດ, ຫ້າງຮ້ານຈໍານວນ 10.580.000 ກີບ. ນອກນີ້, ຍັງໄດ້ວາງແຜນສືບຕໍ່ໃນ 9 ບ້ານ ພາຍໃນ 4 ຕົວເມືອງ ຄື: ເມືອງບໍລິຄັນ, ປາກກະດິງ, ຄໍາເກີດ ແລະ ວຽງທອງ ໃຫ້ສໍາເລັດຕາມແຜນການ.

ມອບໃບກຽດຕິຄຸນໃຫ້ 2 ບໍລິສັດ ແລະ ມອບໃບຍ້ອງຍໍໃຫ້ພະນັກງານທີ່ມີຜົນງານດີເດັ່ນ
ມອບໃບກຽດຕິຄຸນໃຫ້ 2 ບໍລິສັດ ແລະ ມອບໃບຍ້ອງຍໍໃຫ້ພະນັກງານທີ່ມີຜົນງານດີເດັ່ນ

ໂອກາດດຽວກັນ, ຍັງໄດ້ມອບໃບກຽດຕິຄຸນໃຫ້ 2 ບໍລິສັດ ທີ່ປະກອບສ່ວນທາງດ້ານວັດຖຸ ແລະ ທຶນຮອນ ໃນການກໍ່ສ້າງທາງປູຢາງ ເຂົ້າຫາສະໂມສອນບ້ານ ແລະ ມອບໃບຍ້ອງຍໍໃຫ້ພະນັກງານທີ່ມີຜົນງານດີເດັ່ນ ຈໍານວນ 57 ທ່ານ. ພ້ອມດຽວກັນນັ້ນ, ພົຈວ ບຸນມີ ແສງຄໍາຢອງ ຍັງໄດ້ມອບໂທລະພາບ ຊໍາຊຸງ 32 ນິ້ວ ເພື່ອເປັນທີ່ລະນຶກໃຫ້ອໍານາດການປົກຄອງ ບ້ານຜາໃດ ແລະ ທ່ານປະທານຍັງໄດ້ໃຫ້ທິດຊີ້ນໍາໃນບາງດ້ານ ພ້ອມທັງເຂົ້າຮ່ວມເປີດປ້າຍນໍາໃຊ້ເສັ້ນທາງມິດຕະພາບ ກອງກໍ່ສ້າງຮາກຖານ ຢູ່ບ້ານຜາເມືອງ ຕື່ມອີກ.

ຮ່ວມກັນເປີດປ້າຍນໍາໃຊ້ເສັ້ນທາງມິດຕະພາບ ກອງກໍ່ສ້າງຮາກຖານ ຢູ່ບ້ານຜາເມືອງ
ຮ່ວມກັນເປີດປ້າຍນໍາໃຊ້ເສັ້ນທາງມິດຕະພາບ ກອງກໍ່ສ້າງຮາກຖານ ຢູ່ບ້ານຜາເມືອງ