ໃນແຕ່ລະປີ ມີຫຼາຍຄະດີທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ແຕ່ຂອດການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຍັງມີຂີດຈໍາກັດ ເຊັ່ນ: ປະຕິບັດຊັກຊ້າແກ່ຍາວຫຼາຍປີ ແລະ ມີລັກສະນະເພີ່ມຂຶ້ນ ຍ້ອນມີຫຼາຍສາເຫດ ໂດຍສະເພາະຄະດີແພງ ເຮັດໃຫ້ຊັບສິນບາງຢ່າງເສື່ອມຄຸນນະພາບ ຍ້ອນການນໍາໃຊ້ມາດຕະການຕໍ່ຜູ້ບໍ່ຍອມປະຕິບັດຄໍາຕັດສິນຂອງສານຍັງບໍ່ທັນນໍາໃຊ້ຢ່າງເດັດຂາດ ແລະ ມີລັກສະນະເລືອກປະຕິບັດ ເຮັດໃຫ້ມີຫາງສຽງຈາກສັງຄົມໃນທາງທີ່ບໍ່ດີ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 11 ມິຖຸນານີ້ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ສະ ບັບເລກທີ 158/ລບ ວ່າດ້ວຍການຕີລາຄາ, ການປະມູນຂາຍ ແລະ ມອບຊັບໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ຍັງຂາດຄວາມຮັບຜິດຊອບ ແລະ ຂາດຄວາມໂປ່ງໃສ. ຜ່ານການຕິດຕາມກວດກາການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ເຫັນວ່າພາກສ່ວນທີ່ກ່ຽວຂ້ອງ ກໍຄືອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ມີຫຼາຍບ່ອນປະຕິບັດຖືກຕ້ອງຕາມດໍາລັດ ເຊັ່ນ: ບັນດາອົງການຈັດຕັ້ງຄໍາຕັດສິນຂອງສານລ້ວນແຕ່ມີການກວດກາຂຶ້ນບັນຊີຊັບສິນ, ມີການອອກຄໍາສັ່ງຢຶດຊັບ ຫຼື ອາຍັດຊັບ ແລະ ສົ່ງຄໍາສັ່ງຢຶດ, ຄໍາສັ່ງອາຍັດໃຫ້ຜູ້ເປັນເຈົ້າຂອງ ແລະ ເຮັດບົດບັນທຶກຮັບຊາບຂອງເຈົ້າຂອງຊັບແລ້ວ ມີຫຼາຍທ້ອງຖິ່ນຖືກຕ້ອງຕາມຂັ້ນຕອນ, ວິທີການຕີລາຄາ, ປະມູນຂາຍ ແລະ ມອບຊັບທີ່ກໍານົດໄວ້ ທັງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາພໍສົມຄວນ. ນັບແຕ່ປີ 2017 ມາຮອດວັນ ທີ 30 ເມສາ 2019 ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໄດ້ນໍາເອົາຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດມາຈັດຕັ້ງປະຕິບັດສໍາເລັດ 30.718 ເລື່ອງ, ໃນນີ້ ຄະດີແພ່ງ 7.451 ເລື່ອງ, ຄະດີອາຍາ 23.267 ເລື່ອງ, ເງິນ, ຊັບ ສິນໃຫ້ຄູ່ຄວາມ ແລະ ພັນທະຂອງລັດຈໍານວນຫຼາຍ.

ຢ່າງໃດກໍຕາມ, ເຖິງວ່າມີຜົນສໍາເລັດຫຼາຍດ້ານ ແຕ່ກໍເຫັນວ່າມີຫຼາຍຢ່າງທີ່ຍັງບໍ່ທັນສອດຄອງກັບລະບຽບກົດໝາຍ, ເປັນຕົ້ນການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານປະຕິບັດຄໍາຕັດສິນຂອງສານຍັງເຮັດແບບລວມໆບໍ່ເລິກເຊິ່ງ ແລະ ບໍ່ທັນກັບສະ ພາບຕົວຈິງ, ການຕິດຕາມກວດກາຕໍ່ວຽກງານນີ້ຍັງບໍ່ແທດເຖິງ ແລະ ບໍ່ດີ ເທົ່າທີ່ຄວນສະຕິເຄົາລົບປະຕິບັດລັດຖະທໍາມະນູນ, ກົດໝາຍ, ຂອງພະນັກງານ, ແລະ ປະຊາຊົນ ກໍຄືສັງຄົມຍັງບໍ່ທັນສູງ, ລະບົບການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຍັງບໍ່ມີຄວາມຄ່ອງຕົວ, ການນໍາໃຊ້ມາດຕະການຕໍ່ຜູ້ບໍ່ຍອມປະຕິບັດຄໍາຕັດສິນຂອງສານຍັງບໍ່ທັນນໍາໃຊ້ຢ່າງເດັດຂາດ ຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ, ພະນັກງານປະຕິບັດຄໍາຕັດສິນຂອງສານທີ່ເຮັດຜິດໃນການປະຕິບັດໜ້າທີ່ຍັງບໍ່ທັນມີມາດຕະການແກ້ໄຂເດັດຂາດ ແລະ ເຂັ້ມງວດ ເຮັດໃຫ້ຜູ້ລະເມີດກົດໝາຍບໍ່ມີຄວາມເກງກົວຕໍ່ອໍານາດຂອງອົງການທີ່ປົກຄອງກົດໝາຍ.

ຄໍາຕັດສິນຂອງສານໄດ້ຜ່ານທຸກຂັ້ນຕອນຂອງການດໍາເນີນຄະດີ ແລະ ໃຊ້ໄດ້ຢ່າງເດັດຂາດແລ້ວ ແຕ່ຜູ້ຖືກປະຕິບັດຄໍາຕັດສິນຂອງສານ ບໍ່ຍອມປະຕິບັດ ອ້າງວ່າບໍ່ທັນໄດ້ຮັບຄວາມເປັນທໍາ, ສານຕັດສິນບໍ່ຖືກຕ້ອງ, ຈຶ່ງຂຽນຄໍາຮ້ອງຫາພາກສ່ວນຕ່າງໆ ເມື່ອມີຄໍາຕອບ ແລ້ວ ຍັງສືບຕໍ່ຂຽນຄໍາຮ້ອງໄປເລື້ອຍໆ. ບາງກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານຮັບຮູ້ວ່າຕັດສິນຖືກຕ້ອງແລ້ວ ແຕ່ມີເຈດຕະນາແກ່ຍາວຫຼາຍຮູບການ ເຊັ່ນ: ຫຼົບຫຼີກຍ້າຍທີ່ຢູ່, ບໍ່ເຂົ້າໄປຕາມ ໝາຍຮຽກ, ຊຸກເຊື່ອງໂອນຊັບສິນເປັນຂອງຄົນອື່ນ. ຄໍາຕັດສິນຂອງສານຈໍານວນໜຶ່່ງບໍ່ຈະແຈ້ງ ມີການຊີ້ແຈງຫຼົບໄປຫຼົບມາຫຼາຍເທື່ອ ບາງຄະດີການຕັດສິິນຂອງສານບໍ່ສອດຄ່ອງກັບສະພາບ ຄວາມເປັນຈິງ ເຮັດໃຫ້ປະຕິບັດຍາກ.

ຜູ້ເປັນເຈົ້າຂອງຊັບສ່ວນຫຼາຍບໍ່ເຂົ້າຮ່ວມຕີລາຄາ, ບໍ່ໄດ້ອໍານວຍຄວາມສະດວກໃນການເຂົ້າກວດກາຊັບ, ບໍ່ໃຫ້ຂໍ້ມູນກ່ຽວກັບຊັບ ຈຶ່ງເຮັດໃຫ້ລາຄາຂອງຊັບໃນບາງກໍລະນີບໍ່ສອດຄ່ອງກັບລາຄາຊັບຕົວຈິງ. ນອກນີ້, ຍັງຂາດນິຕິກໍາທີ່ເປັນບ່ອນອີງໃນການຕີລາຄາຊັບບາງປະເພດຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຫົວໜ່ວຍຄິດໄລ່ສິ່ງປຸກສ້າງ, ເຮືອນ, ອາຄານ, ການກໍານົດ ປະເມີນທີ່ດິນຢູ່ແຕ່ລະທ້ອງຖິ່ນ, ແຕ່ລະປະເພດ ເຮັດໃຫ້ການຕີລາຄາບໍ່ມີຄວາມຊັດເຈນ ແລະ ເປັນເອກະພາບກັນ. ຊັບທີ່ປະກາດຂາຍໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານສ່ວນຫຼາຍ ແມ່ນບໍມີຜູ້ພົວພັນຊື້ຍ້ອນຄວາມເຊື່ອວ່າເປັນຊັບບໍ່ດີ ຕິດພັນກັບຄະດີຄວາມ ຫຼື ບາງກໍລະນີ ມີຜູ້ຊື້ຊັບດັ່ງກ່າວແລ້ວ ແຕ່ຜູ້ເປັນເຈົ້າຂອງຊັບບໍ່ຍິນຍອມດ້ວຍການນາບຂູ່, ຮ້ອງຟ້ອງຜູ້ຊື້ເຖິງອົງການຈັດຕັ້ງຕ່າງໆ; ສ່ວນຜູ້ເປັນໂຈດຫຼາຍກໍ ລະນີບໍ່ຍອມຮັບເອົາຫຼັກຊັບນັ້ນ.

ນອກນີ້, ຕໍ່ກັບວຽກງານດັ່ງກ່າວ ຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ກວດພົບເຫັນບັນຫາທີ່ເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຍັງມີຫຼາຍກໍລະນີຂາດການຄົ້ນຄວ້າ, ວິເຄາະວິໄຈເນື້ອໃນຄໍາຕັດສິນຂອງສານ, ການບໍ່ໃຫ້ສິດຄູ່ຄວາມໃນການຂາຍຫຼັກຊັບຄ້ໍາປະກັນດ້ວຍຕົນເອງ, ການຕີລາຄາຫຼັກຊັບ, ການປະມູນຂາຍ ຊັບ ທີ່ບໍ່ທັນຖືກຕ້ອງຕາມຂັ້ນຕອນທີ່ໄດ້ກໍານົດໄວ້. ຄໍາຕັດສິນ ຫຼື ຄໍາພິພາກສາ ຫຼາຍກໍລະນີທີ່ມີໂທດປັບໃໝເປັນເງິນຈໍານວນຫຼວງຫຼາຍທີ່ໄດ້ປະຕິບັດ ໂທດຕັດອິດສະຫຼະພາບສິ້ນສຸດແລ້ວ ແຕ່ໂທດປັບໃໝບໍ່ສາມາດປະຕິບັດໄດ້; ມີບາງກໍລະນີ ຄໍາຕັດສິນ ຫຼື ຄໍາພິພາກ ສາຂອງສານບໍ່ຈະແຈ້ງ ເຊິ່ງບໍ່ສາມາດ ນໍາໄປຈັດຕັ້ງປະຕິບັດໄດ້ ພາໃຫ້ຄໍາຕັດ ສິນຂອງສານຄ້າງປະຕິບັດ ມີຈໍານວນ ເພີ່ມຂຶ້ນ ຈາກ 21.354 ມາເປັນ 30. 718 ເລື່ອງ ໝາຍວ່າເພີ່ມຂຶ້ນ 9.364 ເລື່ອງ; ການຄຸ້ມຄອງ ແລະ ການເກັບ ກູ້ຊັບສິນທີ່ສານຕັດສິນຮິບ, ປັບໃໝ ແລະ ອາກອນຂອງລັດ 2% ຕາມຄໍາຕັດ ສິນ ຫຼື ຄໍາພິພາກສາຂອງສານ ບໍ່ໂປ່ງໃສ, ຂາດຄວາມຮັບຜິດຊອບ ພາໃຫ້ຊັບສິ່ງ ຂອງມີການເສື່ອມຄຸນນະພາບ ແລະ ຕົກເຮ່ຍເສຍຫາຍ ເຮັດໃຫ້ລັດເສຍ ຜົນປະໂຫຍດ; ການເກັບກູ້ຊັບສິນ, ເງິນ, ຄໍາ ໃຫ້ຄູ່ຄວາມ ຕາມຄໍາຕັດສິນ ຂອງສານ ບາງກໍລະນີຍັງບໍ່ມີຄວາມໂປ່ງໃສ.

ການແກ້ໄຂບັນຫາດັ່ງກ່າວ, ທ່ານ ນາງ ບົວຄໍາ ຄະນະປະຈໍາສະພາແຫ່ງຊາດປະທານກໍາມາທິການຍຸຕິທໍາສະເໜີໃຫ້ກະຊວງຍຸຕິທໍາເອົາໃຈໃສ່ແກ້ຢ່າງຈິງຈັງ ໂດຍໃຫ້ໃຊ້ມາດຕະການສົມ ທົບກັບອົງາການປົກຄອງທ້ອງຖິ່ນ ຮີບຮ້ອນຄົ້ນຄວ້າວິເຄາະວິໄຈຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຫາ ວິທີແກ້ໄຂໂດຍໄວ ແລະ ຖືກຕ້ອງຕາມກົດໝາຍ. ກຳນົດແຜນ, ຂັ້ນຕອນການ ຈັດຕັ້ງປະຕິບັດ ແລະ ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ ເພື່ອສູ້ຊົນຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ຍັງຄ້າງປະຕິບັດ ແລະ ເຂົ້າໃໝ່ໃຫ້ບັນຕາມແຜນການທີ່ກໍານົດໄວ້.