ໃນວັນທີ 18 ມິຖຸນາ, ແຄບປິຕໍ ອີໂຄໂນມິກສ໌ ບໍລິສັດວິໄຈລະດັບໂລກ ຄາດຄະເນວ່າ: ພະຍາດອະຫິວາໝູອາຟຣິກກາ (ASF) ເຊິ່ງເຮັດໃຫ້ເກີດການຈຳກັດໝູຈຳນວນຫຼາຍ ໃນຈີນ ແລະ ຜັກດັນລາຄາໝູໃນຕະຫຼາດທ້ອງຖິ່ນຢູ່ຂະນະນີ້ ອາດຈະສົ່ງຜົນກະທົບແຜ່ລາມ ໂດຍກະຕຸ້ນໃຫ້ເກີດບັນຫາເງິນເຟີ້ ໃນຕະຫຼາດເກີດໃໝ່ແຫ່ງອື່ນໆ.

ປັດຈຸບັນ, ນອກຈາກ ໄວຣັສ ASF ຈະເເຜ່ລະບາດໃນຈີນແລ້ວ ຍັງຖືກຄົ້ນພົບໃນຫຼາຍພື້ນທີ່ອີກດ້ວຍ ເຊັ່ນ: ອາຊີຕາເວັນອອກສຽງໃຕ້, ຍີ່ປຸ່ນ, ອົດສະຕຣາລີ, ໂປໂລຍ ແລະ ລັດເຊຍ.

ໃນເດືອນເມສາ ທີ່ຜ່ານມາ, ລັດຖະບານຈີນ ຖະແຫຼງວ່າ:

ໄດ້ກຳຈັດໝູໄປກວ່າ 1 ລ້ານໂຕ ໃນຄວາມພະຍາຍາມເພື່ອຄວບຄຸມການແຜ່ລະບາດ ແຕ່ບໍລິສັດຜູ້ຊ່ຽວຊານບາງແຫ່ງ ເຊັ່ນ ຣາໂບແບງ ແລະ ທີເອສ ລອມບາດ ຄາດວ່າ ຈຳນວນໝູທີ່ຖືກຂ້າຖິ້ມໃນຈີນ ອາດຫຼາຍກວ່າ 100 ລ້ານໂຕ.

ທ່ານ ເຈມສ໌ ສະວອນສະຕັນ ຜູ້ຊ່ວຍນັກເສດຖະສາດຂອງ ແຄບປິຕໍ ອີໂຄໂນມິກສ໌ ລະບຸໃນລາຍງານ ໃນອາທິດຜ່ານມາ ວ່າ: ເງິນເຟີ້ທີ່ສູງຂຶ້ນ ຈະເປັນຜົນກະທົບທີ່ຊັດເຈນທີ່ສຸດຕໍ່ ບັນດາຕະຫຼາດເກີດໃໝ່ ຈາກສະຖານະການນີ້.

ທ່ານ ສະວອນສະຕັນ ກ່າວເຕີມວ່າ:

ຖ້າຫາກພະຍາດ ASF ແຜ່ກະຈາຍ ແລະ ສ້າງຄວາມເສຍຫາຍຮຸນແຮງຂຶ້ນ ກໍອາດຈະສະໜັບສະໜູນໃຫ້ເກີດບັນຫາເງິນເຟີ້ ໃນຫຼາຍພື້ນທີ່ຂອງອາຊີ ແລະ ເອີຣົບຕາເວັນອອກ.

ຜູ້ຊ່ຽວຊານຄົນນີ້ ໄດ້ຍົກຕົວຢ່າງເຖິງ ປະເທດໄຕ້ຫວັນ, ກຳປູເຈຍ, ຫວຽດນາມ, ລັດເຊຍ, ໂປໂລຍ ແລະ ໂຣມານີ ເພາະຊີ້ນໝູເປັນອັດຕາສ່ວນທີ່ຄ້ອນຂ້າງໃຫຍ່ ໃນດັດສະນີລາຄາຜູ້ບໍລິໂພກ ໃນປະເທດເຫຼົ່ານີ້ ເຊິ່ງຢູ່ທີ່ປະມານ 2% ທຽບກັບ ບໍ່ເຖິງ 1% ຂອງຕະຫຼາດເກີດໃໝ່ອື່ນໆ ແລະ ທຽບກັບປະມານ 3,5% ຂອງຕະຫຼາດຈີນ.

ຂໍ້ມູນຈາກສຳນັງານສະຖິຕິແຫ່ງຊາດຈີນ ລາຍງານໃນວັນທີ 12 ມິຖຸນາ ທີ່ຜ່ານມາ ວ່າ: ລາຄາອາຫານໃນປະເທດ ເພີ່ມຂຶ້ນ 7,7% ໃນເດືອນພຶດສະພາ ທຽບກັບໃນປີທີ່ຜ່ານມາ ເນື່ອງຈາກລາຄາຊີ້ນໝູເພີ່ມຂຶ້ນ 18,2% ໃນໄລຍະດຽວກັນ.

ແຄບປິຕໍ ອີໂຄໂນມິກສ໌ ລະບຸວ່າ:

ເງິນເຟີ້ທີ່ເພີ່ມຂຶ້ນໃນຈີນ ອາດຍັງດຳເນີນຕໍ່ໄປ ຂະນະທີ່ລາຄາຜູ້ບໍລິໂພກໃນຕະຫຼາດເກີດໃໝ່ແຫ່ງອື່ນໆ ຈະເພີ່ມຂຶ້ນອີກປະມານ 0,3% ຖ້າຫາກລາຄາຊີ້ນໝູເຟີ້ ເພີ່ມຂຶ້ນເປັນ 15%.

ຂະນະດຽວກັນ, ການຫຼຸດລົງຂອງຈຳນວນໝູ ຈະສົ່ງຜົນກະທົບຕໍ່ຄວາມຕ້ອງການຖົ່ວເຫຼືອງ ເຊິ່ງເປັນພືດນໍ້າມັນທີ່ໃຊ້ເປັນອາຫານສຳລັບໝູ.

ທ່ານ ສະວອນສະຕັນ ກ່າວເຕືອນວ່າ:

ຄວາມສ່ຽງໃຫຍ່ກວ່າ ສຳລັບ ຕະຫຼາດເກີດໃໝ່ ຄື ບັນດາຜູ້ສົ່ງອອກຖົ່ວເຫຼືອງ ອາດປະເຊີນກັບຄວາມຕ້ອງການທີ່ຫຼຸດລົງຢ່າງຖາວອນ ສຳລັບພືດນໍ້າມັນ ເນື່ອງຈາກຈີນຫັນມາບໍລິໂພກຊີ້ນໝູ ໜ້ອຍລົງ.

ບັນດາຜູ້ຊ່ຽວຊານ ຊີ້ແຈງວ່າ:

ຊີ້ນໝູເປັນອາຫານຫຼັກໃນຈີນ ເຊິ່ງບໍລິໂພກຊີ້ນໝູປະມານເຄິ່ງໜຶ່ງຂອງຕະຫຼາດໂລກ ແຕ່ຈຳນວນຊີ້ນໝູທີ່ຫຼຸດລົງ ອາດກະຕຸ້ນໃຫ້ຜູ້ບໍລິໂພກ ປ່ຽນໄປບໍລິໂພກຊີ້ນສັດອື່ນແທນ.

ໃນລາຍງານໃນເດືອນມີນາທີ່ຜ່ານມາ ຂອງ ແຄບປິຕໍ ອີໂຄໂນມິກສ໌ ລະບຸໄວ້ວ່າ: ການບໍລິໂພກຊີ້ນສັດປີກ ແລະ ຊີ້ນງົວຂອງຈີນ ເພີ່ມຂຶ້ນ 2 ເທົ່າ ຕັ້ງແຕ່ປີ 1970 ແລະ ມີທ່າອ່ຽງທີ່ຈະເຕີບໃຫຍ່ຂຶ້ນອີກ ໂດຍໃນລາຍງານ ລະບຸດັ່ງນີ້:

“ ໃນອະນາຄົດ, ຈີນອາດຈະເລີ່ມບໍລິໂພກຊີ້ສັດປີກເພີ່ມຂຶ້ນ. ຂະນະດຽວກັນ, ອາຫານລ້ຽງໄກ່ ມີໂປຣຕີນໜ້ອຍກວ່າ ອາຫານລ້ຽງໝູ. ດັ່ງນັ້ນ, ຖ້າຫາກ ຈີນບໍລິໂພກສັດປີກເພີ່ມຂຶ້ນ ຄວາມຕ້ອງການຖົ່ວເຫຼືອງ ແລະ ເຂົ້າສາລີ ກໍອາດຫຼຸດລົງເລື້ອຍໆ ”.

ນອກນັ້ນ, ບັນຫາສົງຄາມການຄ້າ ລະຫວ່າງ ສະຫະລັດອາເມລິກາ ກັບ ຈີນ ຍັງສົ່ງຜົນໃຫ້ການນຳເຂົ້າຖົ່ວເຫຼືອງຂອງຈີນ ຫຼຸດລົງອີກດ້ວຍ. ເຊິ່ງໃນປີທີ່ຜ່ານມາ, ການນຳເຂົ້າຖົ່ວເຫຼືອງ ຈາກ ສະຫະລັດອາເມລິກາ ຂອງຈີນ ຫຼຸດລົງເຖິງລະດັບຕໍ່າສຸດ ໃນຮອບ 10 ປີ.

ນອກຈາກນັ້ນ, ຂໍ້ມູນຈາກ ສຳນັກງານພາສີອາກອນຈີນ ຍັງລະບຸອີກວ່າ:

ໃນເດືອນກຸມພາ ທີ່ຜ່ານມາ, ການນຳເຂົ້າຖົ່ວເຫຼືອງລາຍເດືອນ ຍັງຫຼຸດລົງເຖິງລະດັບຕໍ່າສຸດ ໃນຮອບ 4 ປີ ຫຼື ຫຼຸດລົງ 17% ຈາກປີຜ່ານມາ ເຊິ່ງສ່ວນໜຶ່ງເປັນຜົນມາຈາກ ການປັບຂຶ້ນພາສີຄັ້ງໃຫຍ່ຕໍ່ ຖົ່ວເຫຼືອງອາເມລິກາ.