ທ່ານ ວາດສະໜາ ວົງປັນຍາ ປະທານກໍາມະບານຮາກຖານ ສານປະຊາຊົນພາກກາງ ໄດ້ຍົກໃຫ້ເຫັນໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະກໍາມະບານຮາກຖານ ສານປະຊາຊົນພາກກາງ ທີ່ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2019, ໂດຍມີ ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ, ທ່ານ ທະນົງສັກ ຣາຊະພົນ ຮອງເລຂາຄະນະພັກຮາກຖານ ສານປະຊາຊົນພາກກາງ, ແຂກຮັບເຊີນ ແລະ ສະມາຊິກກໍາມະບານຮາກຖານພາຍໃນສານເຂົ້າຮ່ວມວ່າ: ນັບແຕ່ປີ 2018 ເປັນຕົ້ນມາ ກໍາມະບານຮາກຖານ ສານປະຊາຊົນພາກກາງ ສາມາດຄົ້ນຄວ້າ ແລະ ແກ້ໄຂຄະດີໄດ້ 472 ເລື່ອງ ເທົ່າກັບ 81,8%.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະກໍາມະບານຮາກຖານ ສານປະຊາຊົນພາກກາງ

ຕະຫຼອດໄລຍະຜ່ານມາ, ຄະນະກໍາມະບານຮາກຖານສານປະຊາຊົນພາກກາງ ໄດ້ເອົາໃຈໃສ່ຊີ້ ນໍາ-ນໍາພາສະມາຊິກປະຕິບັດວຽກງານຢ່າງຫ້າວຫັນ ສາມາດຍາດໄດ້ຜົນສໍາເລັດດັ່ງນີ້: ນັບແຕ່ປີ 2018 ເປັນຕົ້ນມາ ສາມາດຄົ້ນຄວ້າ ແລະ ແກ້ໄຂຄະດີໄດ້ 577 ເລື່ອງ, ແກ້ ໄຂໄດ້ 472 ເລື່ອງ, ຍັງຄ້າງ 105 ເລື່ອງ ເທົ່າກັບ 81,8%, ໃນນີ້, ຄະນະສານອາຍາ: ຂໍ້ກ່າວຫາຄ້າ-ຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ, ຊີງຊັບຂອງພົນລະເມືອງ ມີທັງໝົດ 199 ເລື່ອງ, ແກ້ໄຂແລ້ວ 183 ເລື່ອງ, ຍັງຄ້າງ 16 ເລື່ອງ ເທົ່າກັບ 8,04%; ຄະນະສານແພ່ງ: ຂໍ້ຂັດແຍ່ງກໍາມະສິດທີ່ດິນ, ມູນມໍຣະດົກ ແລະ ສັນຍາກູ້ຢືມ ມີທັງໝົດ 249 ເລື່ອງ, ແກ້ໄຂແລ້ວ 192 ເລື່ອງ, ຍັງຄ້າງ 57 ເລື່ອງ ເທົ່າກັບ 22,8%, ຄະນະສານການຄ້າ: ສັນຍາກູ້ຢືມ ມີທັງໝົດ 58 ເລື່ອງ, ແກ້ໄຂແລ້ວ 41 ເລື່ອງ, ຍັງຄ້າງ 17 ເລື່ອງ ເທົ່າກັບ 70,6%; ຄະນະສານຄອບຄົວ: ຂໍຢ່າຮ້າງຈາກສາຍຜົວ-ເມຍ ມີທັງໝົດ 57 ເລື່ອງ, ແກ້ໄຂແລ້ວ 43 ເລື່ອງ, ຍັງຄ້າງ 14 ເລື່ອງ ເທົ່າກັບ 75,4%; ຄະນະສານແຮງງານ: ທວງເອົາເງິນອຸດໜູນອອກວຽກ ມີທັງໝົດ 4 ເລື່ອງ, ແກ້ໄຂໄດ້ໝົດ ເທົ່າກັບ 100%; ຄະນະສານເດັກ: ທໍາຮ້າຍຮ່າງກາຍ ມີທັງໝົດ 15 ເລື່ອງ, ແກ້ໄຂໄດ້ໝົດເທົ່າກັບ 100%.

ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານສານ ປະຊາຊົນພາກກາງຊຸດໃໝ່

ທິດທາງແຜນການແຕ່ນີ້ຮອດ ປີ 2024 ຄະນະກໍາມະບານຮາກ ຖານ ສານປະຊາຊົນພາກກາງ ຍັງ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາສະ ມາຊິກ ເຮັດວຽກງານວິຊາສະເພາະ ໂດຍສະເພາະການແກ້ໄຂຄະດີໃຫ້ໄດ້ຕາມເປົ້າໝາຍທີ່ໄດ້ກໍານົດໄວ້, ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ ການຈັດຕັ້ງ ກໍຄືຄະນະພັກຂັ້ນເທິງ ມອບໝາຍໃຫ້ມີຜົນສໍາເລັດ.

ໃນກອງປະຊຸມດັ່ງກ່າວ, ຍັງ ໄດ້ມີການປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານສານ ປະຊາຊົນພາກກາງຊຸດໃໝ່ ເຊິ່ງມີ ຜູ້ລົງສະໝັກ 8 ທ່ານ, ໃນນັ້ນ, ເລືອກ ເອົາ 5 ທ່ານ ຜ່ານການປ່ອນບັດ ໄດ້ເປັນເອກະສັນເລືອກເອົາ ທ່ານ ວາດສະໜາ ວົງປັນຍາ ເປັນປະ ທານ, ທ່ານ ສີວັນ ບຸນທະລາ ແລະ ທ່ານ ນາງ ມະໂນລັກ ປະດາວົງ ເປັນຮອງປະທານ, ທ່ານ ນາງ ນຸດ ທຸມມະວົງ ແລະ ທ່ານ ວິໄລພອນ ມະນີວັນ ເປັນຄະນະ.