ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ
ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ

ເຈົ້າໜ້າທີ່ຈີນ ລາຍງານ ໃນວັນທີ 18 ມິຖຸນາ ວ່າ: ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 11 ຄົນ ແລະ ບາດເຈັບ 122 ຄົນ, ຂະນະທີ່ ໜ່ວຍກູ້ໄພ ເລັ່ງຊ່ວຍເຫຼືອຜູ້ລອດຊີວິດອອກຈາກຊາກອາຄານ.

ສູນເຄືອຂ່າຍແຜ່ນດິນໄຫວຈີນ ລາຍງານວ່າ:

ເຫດແຜ່ນດິນໄຫວ ເຂດຊານເມືອງອີ່ປິນ ໃນມົນທົນເສສວນ ມີຈຸດສູນກາງຢູ່ເລິກລົງໄປ 16 ກິໂລແມັດ, ໂຮງແຮມທີ່ຢູ່ໃກ້ຈຸດແຜ່ນດິນໄຫວ ພັງເສຍຫາຍ ແຕ່ຍັງບໍ່ແນ່ຊັດວ່າ ມີຜູ້ເສຍຊີວິດ ຫຼື ບາດເຈັບຈຳນວນເທົ່າໃດ, ຂະນະທີ່ ພົບຮອຍແຕກຕາມທາງຫຼວງຫຼາຍແຫ່ງ.

ສະຖານີໂທລະພາບ CCTV ຂອງທາງການຈີນ ລາຍງານການເຜີຍແຜ່ພາບ ໜ່ວຍກູ້ໄພນຳຕົວຜູ້ລອດຊີວິດອອກມາຈາກຊາກເປ່ເພ, ບາງແຫ່ງເສົາໄຟຟ້າຫຼົ້ມທັບຫຼັງຄາອາຄານ, ບ້ານເຮືອນພັງເປັນຫຼຸມ ແລະ ເສດແກ້ວແຕພກະຈາຍຕາມຖະໜົນ. ນອກຈາກນີ້, ພື້ນທີ່ດັ່ງກ່າວ ຍັງປະເຊີນກັບແຮງສັ່ນສະເທືອນ ຫຼັງແຜ່ນດິນໄຫວ ຫຼື ອາບເຕີຊັອກ ຕາມມາຢ່າງໜ້ອຍ 4 ຄັ້ງ ເຊິ່ງຄັ້ງທີ່ຮຸນແຮງທີ່ສຸດວັດໄດ້ຂະໜາດ 5,1 ຣິກເຕີ.

ສ່ວນໃນເຂດສາງໜິງ ແລະ ເຂດກົງຊຽນ ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ, ຜູ້ໄດ້ຮັບບາດເຈັບຖືກນຳສົ່ງໂຮງໝໍເພື່ອປິ່ນປົວ ແລະ ອາການບໍ່ເຖິງຂັ້ນວິກິດ; ກະຊວງບໍລິຫານງານສຸກເສີນຈີນ ໄດ້ເຂົ້າຊ່ວຍເຫຼືອ ແລະ ສົ່ງທີມກູ້ໄພ ໄປຍັງພື້ນທີ່ປະສົບແຜ່ນດິນໄຫວ ເພື່ອຄອຍເບິ່ງແຍງປະຊາຊົນ ແລະ ບັນເທົາໄພພິບັດ.

ສຳນັກງານອາຫານ ແລະ ການສຳຮອງທາງຍຸດທະສາດ ໄດ້ຈັດສົ່ງເຕ້ນຈຳນວນ 5.000 ເຕ້ນ, ຕຽງພັບໄດ້ 10.000 ຕຽງ ແລະ ເສື້ອປູບ່ອນນອນ 20.000 ຜືນ ໄປຍັງພື້ນທີ່ປະສົບໄພແລ້ວ, ພ້ອມທັງມີນັກມອດໄຟປະມານ 302 ຄົນ ແລະ ລົດມອດໄຟ 63 ຄັນ ຂອງສຳນັກງານບໍລິຫານງານທ້ອງຖິ່ນ ເສສວນ ເຂົ້າໄປໃນພື້ນທີ່ ເພື່ອຄອຍກວດສອບ ແລະ ກູ້ໄພ.