ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ລະບົບ 3 ເດືອນ ໃຫ້ພະນັກງານນຳພາ, ຄຸ້ມຄອງ, ຫຼັກແຫຼ່ງ ຊຸດທີ III ຂອງເມືອງຊຳເໜືອ ແຂວງຫົວພັນ ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ນັບແຕ່ວັນທີ 1 ມີນາ – 11 ມິຖຸນາ 2019 ເຂົ້າຮ່ວມໂດຍ ທ່ານ ພຸດພັນ ແກ້ວວົງໄຊ ເຈົ້າເມືອງໆຊຳເໜືອ, ມີບັນດາທ່ານຜູ້ຕາງໜ້າພະແນກການ ອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ທະຫານ-ຕຳຫຼວດຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ນາງ ຫຼ້າວອນ ບຸນພະຈັນ ຫົວໜ້າຄະນະໂຄສະນາອົບຮົມ ເມືອງຊຳເໜືອ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ມີນັກສຶກສາທັງໝົດ 47 ສະຫາຍ ຍິງ 17 ສະຫາຍ, ມີອາຈານຂຶ້ນຫ້ອງສອນ 21 ສະຫາຍ ຍິງ 4 ສະຫາຍ ໂດຍມີ 2 ໝວດການຮຽນ ຄື:

  • ໝວດຄວາມຮູ້ທົ່ວໄປ ປະກອບມີ 4 ວິຊາຮຽນ ເຊັ່ນ: ການເມືອງວິທະຍາ, ວິຊາຄຸ້ມຄອງເສດຖະກິດ, ທິດສະດີລັດ ແລະ ກົດໝາຍ.
  • ວິຊາການຂົນຂວາຍກໍ່ສ້າງຮາກຖານ ແລະ ໝວດວິຊາສະເພາະ ປະກອບມີ 5 ວິຊາຫຼັກ ເຊັ່ນ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ການປົກຄອງ ແລະ ກໍ່ສ້າງພັກ.

ໂດຍໃຊ້ເວລາໃນການຮຽນ 393 ຊົ່ວໂມງ ເທົ່າກັບ 80 ໜ່ວຍກິດ, ຜົນການສອບເສັງແມ່ນ ເສັງໄດ້ 100%. ໃນນີ້, ມີນັກສຶກສາເສັງໄດ້ຄະແນນສະເລ່ຍ 4,0 ແລະ ຈັດເປັນປະເພດເກດ A ຈຳນວນ 47 ສະຫາຍ ຍິງ 17 ສະຫາຍ ເທົ່າກັບ 100%.

ຜ່ານການສຶກສາຮ່ຳຮຽນ ເຮັດໃຫ້ຜູ້ຮຽນມີຄວາມຮັບຮູ້ໃໝ່ ແລະ ກຳໄດ້ບັນດາຫຼັກມູນພື້ນຖານມາກ-ເລນິນ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ນຳເອົາຄວາມຮູ້ທາງດ້ານທິດສະດີ ສົມທຽບໃສ່ພຶດຕິກຳທີ່ຜ່ານມາ, ປັບປຸງແບບແຜນວິທີເຮັດວຽກຂອງຕົນ, ມີແນວຄິດຫຼັກໝັ້ນຊົນຊັ້ນກຳມະກອນ, ແນວຄິດຄຸນສົມບັດປະຕິບັດ, ສ້າງທັດສະນະມະຫາຊົນ, ຮູ້ຈຳແນກມິດສັດຕູຢ່າງຈະແຈ້ງ, ຕ້ານແນວຄິດໂລບມາກໂລພາສໍ້ລາດບັງຫຼວງ, ຕ້ານພະຍາດອາດຍາສິດຫ່າງເຫີນຈາກມະຫາຊົນ, ສ້າງແນວຄິດເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ແລະ ຂໍ້ກຳນົດກົດໝາຍຂອງລັດ ໃຫ້ກາຍເປັນແຜນງານ ແລະ ໂຄງການປະຕິບັດອັນລະອຽດຂອງຕົນເອງ ແລະ ກົມກອງທ້ອງຖິ່ນ.

ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສໍາເລັດການສຶກສາທິດສະດີການເມືອງ-ການປົກຄອງ
ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສໍາເລັດການສຶກສາທິດສະດີການເມືອງ-ການປົກຄອງ

ໃນພິທີ ໄດ້ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສໍາເລັດການສຶກສາທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງເມືອງຊຳເໜືອ ແລະ ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນທາງດ້ານການຮຽນ-ການສອນ ແລະ ການອຸປະຖຳຈາກກົມກອງ ແລະ ບຸກຄົນ.