ໜ້າຫຼັກ Tags ແຜ່ນດິນໄຫວ

Tag: ແຜ່ນດິນໄຫວ

ແຜ່ນດິນໄຫວຢູ່ເຂດຊາຍແດນ ອັບການິດສະຖານ-ປາກິດສະຖານ ມີຜູ້ເສຍຊີວິດ 3 ຄົນ

ອົງການສຳຫຼວດທໍລະນີວິທະຍາ ອາເມລິກາ ລາຍງານການເກີດແຜ່ນດິນໄຫວຂະໜາດ 6,5 ແມັກນີຈູດ ໂດຍຈຸດສູນກາງຂອງແຜ່ນດິນໄຫວຢູ່ເລິກລົງໄປໃນພື້ນດິນ

ເອກວາດໍ ເກີດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດ 14 ຄົນ

ເກີດເຫດແຜ່ນດິນໄຫວຮຸນແຮງ 6,8 ແມັກນີຈູດ ໂດຍມີຈຸດສູນກາງຢູ່ພື້ນທະເລ ປະມານ 66,4 ກິໂລແມັດ ຫ່າງຈາກເມືອງບາເລົາ ແຂວງກົວຢາດສ໌

ໄຕ້ຫວັນ ແຜ່ນດິນໄຫວ ຄັ້ງທີ 5 ໃນຮອບ 5 ວັນ ແຮງ 6,4

ສຳນັກຂ່າວ CGTN ລາຍງານ ໃນວັນທີ 8 ສິງຫາ ວ່າ: ໃນເວລາ 5:28 ໂມງ ຕາມເວລາທ້ອງຖິ່ນຂອງໄຕ້ຫວັນ ເກີດເຫດ ແຜ່ນດິນໄຫວ ຂະໜາດ 6,4 ແມັກນິຈູດ, ມີຈຸດໃຈກາງຢູ່ນອກຝັ່ງ ເຂດອີ້ຫຼານ ທາງພາກໃຕ້ຂອງນະຄອນຫຼວງໄທເປ ຢູ່ເລິກລົງໄປ ປະມານ 30...

ແຜ່ນດິນໄຫວຂະໜາດ 6,6 ແລະ 7,3 ນອກຝັ່ງ ອົດສະຕຣາລີ – ອິນໂດເນເຊຍ

ໃນວັນທີ 14 ກໍລະກົດ ທີ່ຜ່ານມາ, ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານວ່າ: ເກີດແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 6,6 ນອກຝັ່ງທາງທິດຕາເວັນຕົກສຽງເໜືອ ຂອງອົດສະຕຣາລີ ເຮັດໃຫ້ອາຄານບ້ານເຮືອນສັ່ນສະເທືອນ ເປັນບໍລິເວນກວ້າງ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ທີ່ໄດ້ຮັບບາດເຈັບ. ສຳນັກງານສຳລວດທາງທໍລະນີວິທະຍາ ສະຫະລັດອາເມລິກາ...

ຊາວຄາລິຟໍເນຍ ກຽມຮັບມື ແຜ່ນດິນໄຫວໃຫຍ່ ຫຼັງເກີດໄປແລ້ວ 2 ຄັ້ງ

ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 8 ກໍລະກົດນີ້ ວ່າ: ຊາວຄາລິຟໍເນຍ ອອກມາເກັບກວາດບ້ານເມືອງ ຫຼັງຈາກເກີດແຜ່ນດິນໄຫວຄັ້ງໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດ ເຖິງ 2 ຄັ້ງ ໃນອາທິດທີ່ຜ່ານມາ, ຂະນະທີ່ ນັກວິທະຍາສາດ ເຕືອນວ່າ:
ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7,3 ຣິກເຕີ ທາງທິດຕາເວັນອອກຂອງອິນໂດເນເຊຍ

ແຜ່ນດິນໄຫວ 7,3 ທີ່ອິນໂດເນເຊຍ ຍັງບໍ່ຕ້ອງເຕືອນໄພສຶນາມິ

ສູນສຳຫຼວດແຜ່ນດິນໄຫວ ສະຫະລັດອາເມລິກາ ລາຍງານ ໃນວັນທີ 24 ມິຖຸນາ ວ່າ: ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7,3 ຣິກເຕີ ທາງທິດຕາເວັນອອກຂອງອິນໂດເນເຊຍ ແຕ່ຍັງບໍ່ຕ້ອງປະກາດເຕືອນໄພຄື້ນໃຫຍ່ສຶນາມິ, ຂະນະນີ້ ບໍ່ມີລາຍງານຄວາມເສຍຫາຍຮ້າຍແຮງ ຫຼື ຜູ້ບາດເຈັບ. ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານວ່າ:
ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ

ຍອດຜູ້ເສຍຊີວິດ ແລະ ບາດເຈັບ ຈາກແຜ່ນດິນໄຫວ ເສສວນ ລວມກວ່າ 100 ຄົນ

ເຈົ້າໜ້າທີ່ຈີນ ລາຍງານ ໃນວັນທີ 18 ມິຖຸນາ ວ່າ: ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 11 ຄົນ ແລະ ບາດເຈັບ 122 ຄົນ, ຂະນະທີ່...

ເກີດແຜ່ນດິນໄຫວ ຂະໜາດ 6,3 ໃນຍີ່ປຸ່ນ

ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ (USGS) ລາຍງານ ໃນວັນທີ 10 ພຶດສະພາ ທີ່ຜ່ານມາ ວ່າ: ເກີດແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 6,3 ຣິກເຕີ ທີ່ບໍລິເວນພາກໃຕ້ຂອງຍີ່ປຸ່ນ, ໃນຂະນະທີ່ ເຈົ້າໜ້າທີ່ຍີ່ປຸ່ນ ກ່າວວ່າ ບໍ່ມີອັນຕະລາຍຈາກຄື້ນໃຫຍ່ສຶນາມິ ແຕ່ຢ່າງໃດ.

ເກີດແຜ່ນດິນໄຫວຮຸນແຮງ ຂະໜາດ 7,2 ທີ່ປາປົວນິວກິນີ

ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ (USGS) ລາຍງານ ໃນວັນທີ 7 ພຶດສະພາ ນີ້ ວ່າ: ເກີດແຜ່ນດິນໄຫວຮຸນແຮງ ທີ່ມີແຮງສັ່ນສະເທືອນຂະໜາດ 7,2 ຣິກເຕີ ທີ່ປະເທດປາປົວນິວກິນີ ເປັນເຫດເຮັດໃຫ້ໄຟຟ້າດັບ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍຮຸນແຮງ ແຕ່ຢ່າງໃດ. USGS...

ເກີດແຜ່ນດິນໄຫວຮຸນແຮງ ໃນອິນເດຍ ຍັງບໍ່ມີລາຍງານຜູ້ເສຍຊີວິດ

ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານ ໃນວັນທີ 24 ເມສາ ວ່າ: ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 6,1 ຣິກເຕີ ທີ່ລັດອະຣຸໜາຈັນປະເທດ ທາງທິດຕາເວັນອອກສຽງເໜືອຂອງອິນເດຍ ໃນຕອນເຊົ້າຂອງວັນທີ 24 ເມສາ ໂດຍມີສູນກາງຢູ່ໃນລະດັບຕື້ນ ຫ່າງອອກໄປປະມານ 180 ກິໂລແມັດ ຈາກເມືອງອິດາ ນະຄອນເມືອງເອກຂອງລັດ.