ໜ້າຫຼັກ Tags ແຜ່ນດິນໄຫວ

Tag: ແຜ່ນດິນໄຫວ

ແຜ່ນດິນໄຫວ 4,7 ຣິກເຕີ ຢູ່ພາກເໜືອຂອງ ສປປ ລາວ

ຈາກບົດລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຕໍ່ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 15 ມັງກອນ 2019 ໃຫ້ຮູ້ວ່າ: ເກີດເຫດແຜ່ນໄຫວ ຢູ່ແຂວງຜົ້ງສາລີ ເຊິ່ງມີຄວາມແຮງສັ່ນສະເທືອນ 4,7 ຣິກເຕີ ແຕ່ບໍ່ມີລາຍງານກ່ຽວກັບ ຄວາມສູນເສຍດ້ານຕ່າງໆ.

ເກີດແຜ່ນດິນໄຫວໃນອິນໂດເນເຊຍ

ເຊົ້ານີ້, ໄດ້ເກີດແຜ່ນດິນໄຫວຢູ່ບໍລິເວນນອກແຄມຝັ່ງ ປະເທດອິນໂດເນເຊຍ ເຊິ່ງວັດແທກແຮງສັ່ນສະເທືອນໄດ້ 6,6 ຣິກເຕີ, ໂດຍມີຈຸດສູນກາງເລິກລົງໄປໃນທະເລໂມລຸກກະ 60 ກິໂລແມັດ ຫ່າງຈາກເມືອງເຕີນາເຕ ທີ່ເປັນເມືອງໃຫຍ່ທີ່ສຸດຂອງແຂວງໂມລຸກກະ ໄປທາງທິດເໜືອປະມານ 175 ກິໂລແມັດ. ຢ່າງໃດກໍຕາມ, ຍັງບໍ່ມີລາຍງານຄວາມເສຍຫາຍໃດໆເທື່ອ ຕາມການໃຫ້ຮູ້ຂອງສື່ໃນນະຄອນຈາກາຕາ...

ແຜ່ນດິນໄຫວ 5,9 ນອກຝັ່ງຮັອກໄກໂດ ເລິກພຽງ 8 ກິໂລແມັດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພະຈິກນີ້ ວ່າ: ເກີດເຫດແຜ່ນດິນໄຫວຂະໜາດ 5,9 ຣິກເຕີ ນອກແຄມຝັ່ງເກາະຮັອກໄກໂດ ທາງພາກເໜືອຂອງປະເທດຍີ່ປຸ່ນ ໂດຍມີສູນກາງແຜ່ນດິນໄຫວເລິກພຽງ 8 ກິໂລແມັດ. ເວັບໄຊສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ລາຍງານວ່າ: ແຜ່ນດິນໄຫວເກີດຂຶ້ນເວລາ...

ອິນໂດເນເຊຍ ຂໍຄວາມຊ່ວຍເຫຼືອຈາກນາໆຊາດ ໃນເຫດສຶນາມິ

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 1 ຕຸລານີ້ວ່າ: ທ່ານ ໂທມັດ ເລມບອງ ປະທານຄະນະກຳມະການປະສານງານດ້ານການລົງທຶນແຫ່ງຊາດຂອງອິນໂດເນເຊຍ ກ່າວວ່າ ປະທານາທິບໍດີ ໂຈໂຄ ວິໂດໂດ ອະນຸມັດຄຳສັ່ງໃຫ້ເປີດຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດ ໃນການຊ່ວຍເຫຼືອປະຊາຊົນທີ່ຢູ່ເທິງເກາະສຸລາເວຊີ, ເຊິ່ງກຳລັງປະສົບໄພຢ່າງຮ້າຍແຮງ ຫຼັງຈາກເກີດແຜ່ນດິນໄຫວ ຂະໜາດ 7,5 ຣິກເຕີ ທີ່ຕາມດ້ວຍສຶນາມິ...

ຍອດແຜ່ນດິນໄຫວຮັອກໄກໂດ ເພີ່ມເປັນ 42 ຄົນແລ້ວ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກັນຍານີ້ວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເດີນທາງຢ້ຽມຢາມພື້ນທີ່ປະສົບໄພພິບັດ ແຜ່ນດິນໄຫວ ໃນແຂວງຮັອກໄກໂດ ທາງພາກເໜືອຂອງປະເທດ ໃນວັນທີ 9 ກັນຍາ ທີ່ຜ່ານມາ ໃນຂະນະທີ່ຍອດຜູ້ເສຍຊີວິດຢ່າງເປັນທາງການ ຈາກຫາຍະນະຄັ້ງນີ້ເພີ່ມຂຶ້ນເປັນ 42 ຄົນແລ້ວ.

ແຜ່ນດິນໄຫວ 6,2 ທິດຕາເວັນອອກຂອງ ອິນໂດເນເຊຍ

ເກີດແຜ່ນດິນໄຫວ ຂະໜາດ 6,2 ຣິກເຕີ ທາງຝັ່ງຕາເວັນອອກຂອງ ອິນໂດເນເຊຍ ໃນວັນທີ 28 ສິງຫາ ທີ່ຜ່ານມາ ແຕ່ບໍ່ມີການແຈ້ງເຕືອນການເກີດສຶນາມິ ແລະ ຍັງບໍ່ມິລາຍງານຄວາມເສຍຫາຍໃດໆ. ເວັບໄຊສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ແຈ້ງວ່າ: ແຜ່ນດິນໄຫວມີຂະໜາດ 6,2 ຣິກເຕີ, ເກີດຂຶ້ນເວລາປະມານ 15:08 ໂມງ...

ເກີດແຜ່ນດິນໄຫວຫຼາຍຄັ້ງ ຢູ່ເກາະລົມບົກ ເສຍຊີວິດ 5 ຄົນ

ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ແຈ້ງວ່າ: ແຜ່ນດິນໄຫວຄັ້ງທຳອິດ ມີຂະໜາດ 6,3 ຣິກເຕີ ເກີດຂຶ້ນໃນຕອນທ່ຽງຂອງວັນທີ 19 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເຮັດໃຫ້ດິນເຈື່ອນ ແລະ ຜູ້ຄົນແລ່ນໜີຫາບ່ອນປອດໄພ ຫຼັງຈາກນັ້ນ 12 ຊົ່ວໂມງຕໍ່ມາ ໄດ້ເກີດແຜ່ນດິນໄຫວຂະໜາດ 6,9 ຣິກເຕີ ແລະ...

ບໍ່ມີບ້ານຢູ່ກວ່າ 7 ໝື່ນຄົນ ຫຼັງແຜ່ນດິນໄຫວ ເກາະລົມບົກ

ທ່ານ ຊູໂຕໂປ ປູໂວ ນູໂກຣໂຮ ໂຄສົກສຳນັກງານໄພພິບັດແຫ່ງຊາດອິນໂດເນເຊຍ ເປີດເຜີຍກັບສຳນັກຂ່າວເດເອບພີ ໃນວັນທີ 8 ສິງຫານີ້ວ່າ: ຂະນະນີ້, ປະຊາຊົນຫຼາຍກວ່າ 70.000 ຄົນ ຕ້ອງກາຍເປັນຄົນທີ່ບໍ່ມີບ້ານຢູ່ ຫຼັງຈາກເກີດແຜ່ນດິນໄຫວ ຂະໜາດ 6,9 ຣິກເຕີ ນອກເກາະລົມບົກ ໃນແຂວງນູຊາ ເຕັງກາຣາຕາເວັນຕົກ ໃນວັນທີ 5 ສິງຫາທີ່ຜ່ານມາ,...

ໜ່ວຍກູ້ໄພ ປະຕິບັດການຄົ້ນຫາຜູ້ລອດຊີວິດ – ອົບພະຍົບຄົນອອກຈາກເກາະລົມບົກ

ໜ່ວຍກູ້ໄພ ແລະ ທະຫານອິນໂດເນເຊຍ ເລີ່ມອອກປະຕິບັດການຄົ້ນຫາຜູ້ລອດຊີວິດອີກຄັ້ງ ໃນວັນທີ 7 ສິງຫາທີ່ຜ່ານມາ ແລະ ອົບພະຍົບຜູ້ຄົນເພີ່ມອີກ ຢູ່ເກາະລົມບົກ ຫຼັງຈາກສອງມື້ກ່ອນ ໄດ້ເກີດແຜ່ນດິນໄຫວຄັ້ງໃຫຍ່ ມີຍອດຜູ້ເສຍຊີວິດເພີ່ມເປັນ 98 ຄົນ ແລະ ຕິດຄ້າງຢູ່ໃນສາກອາຄານອີກຫຼາຍພັນຄົນ. ທັ້ງນີ້, ທາງການຄາດວ່າ: ຍອດຜູ້ເສຍຊີວິດຈະເພີ່ມຂຶ້ນອີກ ໂດຍເສຍຊີວິດແລ້ວລວມ 142 ຄົນ ແລະ ບາດເຈັບອີກຫຼາຍກວ່າ...