ຈາກບົດລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຕໍ່ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 15 ມັງກອນ 2019 ໃຫ້ຮູ້ວ່າ: ເກີດເຫດແຜ່ນໄຫວ ຢູ່ແຂວງຜົ້ງສາລີ ເຊິ່ງມີຄວາມແຮງສັ່ນສະເທືອນ 4,7 ຣິກເຕີ ແຕ່ບໍ່ມີລາຍງານກ່ຽວກັບ ຄວາມສູນເສຍດ້ານຕ່າງໆ.

ແຜ່ນດິນໄຫວເກີດຂຶ້ນ ໃນວັນທີ 14 ມັງກອນ 2019 ເວລາຕາມທ້ອງຖິ່ນ 17:54:42 ວິນາທີ ຄວາມເລິກຫ່າງຈາກພື້ນດິນ 5 ກມ ເສັ້ນຂະໜານທີ 21.85°N ແລະ ເສັ້ນແວງທີ່ 101.91°E ໃນພື້ນທີ່ບ້ານຫງາຍເໜືອ ເມືອງບຸນໃຕ້ ແຂວງຜົ້ງສາລີ.

ຢ່າງໃດກໍຕາມ, ພາກສ່ວນກ່ຽວຂ້ອງ ບໍ່ໄດ້ລາຍງານໃຫ້ຮູ້ກ່ຽວກັບ ຄວາມເສຍຫາຍທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້.