ຄະນະນຳ ປກສ ສຳເລັດການເຂົ້າຮ່ວມກອງປະຊຸມ 2 ຝ່າຍ ລາວ-ໄທ

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະນຳກະຊວງ ປກສ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມ 2 ຝ່າຍ ລາວ-ໄທ ວ່າດ້ວຍ ການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ລາວ-ໄທ ຄັ້ງທີ 17 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 9-13 ມັງກອນ 2019 ຈາກນັ້ນ ກໍໄດ້ກັບຄືນ ສປປ ລາວໃຫ້ການຕ້ອນຮັບໂດຍ ພັທ ກີ້ ຈັນທະວົງສາ ຮອງຫົວໜ້າກົມພົວພັນຕ່າງປະເທດ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ລາວ-ໄທ ຄັ້ງທີ 17

ການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ລາວ-ໄທ ໂດຍສະເພາະແມ່ນການຈະເພີ່ມຈຸດປະສານງານຂຶ້ນຕື່ມອີກ 3 ຈຸດ ເພື່ອເຮັດໃຫ້ຈຸດປະສານງານໃຫ້ມີຄວາມໃກ້ຊິດຕິດແທດກັນຫຼາຍຂຶ້ນ ແລະ ຮ່ວມມືກັນກວດກາຕາມລໍາແມ່ນໍ້າຂອງ ເພື່ອ ເຮັດວຽກງານຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີທ່າດີຂຶ້ນກວ່າເກົ່າ ດ້ວຍຄວາມຜູກພັນຄວາມສະໜິດແໜ້ນຂອງຄະນະກໍາມະການຄວບຄຸມ ແລະ ກວດກາຢາເສບຕິດໃນໄລຍະຜ່ານມາ.

ຝ່າຍລາວນຳໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ

ນອກຈາກນີ້; ຝ່າຍປະເທດໄທ ຍັງຈະໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນໃນການປູກພືດທົດແທນຢູ່ແຂວງບໍລິຄໍາໄຊ, ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເມືອງໝື່ນ ແຂວງວຽງຈັນ.