ໃນວັນທີ 10 ມັງກອນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຈັດພິທີປາຖະກະຖາ ວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019), ເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາໂດຍ ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີພະນັກງານ-ນັກຮົບ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ເປັນປະທານ ແລະ ປາຖະກະຖາໂດຍ ພົຈວ ສົມພອນ ແກ້ວມີໄຊ

ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກ່າວວ່າ:

ການປະດັບຫຼຽນກາ ຄົບຮອບ 70 ປີ

ຕະຫຼອດໄລຍະ 70 ປີ ນັບແຕ່ມື້ສ້າງຕັ້ງກອງທັບປະຊາຊົນລາວ ໄດ້ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຜ່ານຜ່າອຸປະສັກນາໆປະການ ບໍ່ວ່າເທົ່າໃດຈັກເທົ່າໃດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ເຊິ່ງໃນແຕ່ລະປີສົງຄາມກອງຫຼອນ ໄດ້ປະກົດຕົວຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກໍາລັງປະກອບອາວຸດໃນລະດັບກອງຮ້ອຍກໍໄດ້ຮັບການສ້າງຕັ້ງຂຶ້ນເຊັ່ນກັນ

ການມອບຫຼຽນກາ ໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໂດຍສະເພາະແມ່ນ ກອງເຈົ້າຟ້າງຸ່ມ, ກອງໄຊຈັກກະພັດ, ກອງປັດໄຈ ແລະ ກອງໄຊເສດຖາ; ຈົນມາເຖິງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນລາວແມ່ນ ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ທ່ານປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງລາດຊະວົງຂຶ້ນ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການທະຫານ ແລະ
ນັບແຕ່ນັ້ນມາ ຈຶ່ງກາຍເປັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ.

ຈໍານວນຜູ້ທີ່ໄດ້ຮັບຫຼຽນກາ ມີທັງໝົດ 22 ສະຫາຍ

ສິ່ງດັ່ງກ່າວ, ກໍເພື່ອເຮັດສໍາເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ-ປະຊາຊົນມອບໝາຍໃຫ້ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານໃນທົ່ວກອງທັບ ຈົ່ງອອກແຮງເສີມຂະຫຍາຍທາດແທ້,

ໃຫ້ກຽດປະດັບຫຼຽນໂດຍ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ

ມູນເຊື້ອຂອງຊາດ-ຂອງກອງທັບເດັດດ່ຽວ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກຂອງພັກ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນໄລຍະໃໝ່ທີ່ວາງອອກ ໃຫ້ສົມກັບຄໍາສັ່ງສອນຂອງ ປະທານ ໄກສອນ ພົມວິຫານ ເວົ້າວ່າ:

ນໍ້າໃຈ ວັນທີ 20 ມັງກອນ 2019 ໝັ້ນຍືນ

ເວລາໃດກອງທັບກໍນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ ສົມແລ້ວເປັນກໍາລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ.

ນໍ້າໃຈ ວັນທີ 20 ມັງກອນ 2019 ໝັ້ນຍືນ

ໃນຕອນທ້າຍ, ຍັງໄດ້ມີການປະດັບຫຼຽນກາ ຄົບຮອບ 70 ປີ ຂອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ທັງໝົດ ຈໍານວນ 22 ສະຫາຍ.