ເກີດແຜ່ນດິນໄຫວ ຂະໜາດ 6,2 ຣິກເຕີ ທາງຝັ່ງຕາເວັນອອກຂອງ ອິນໂດເນເຊຍ ໃນວັນທີ 28 ສິງຫາ ທີ່ຜ່ານມາ ແຕ່ບໍ່ມີການແຈ້ງເຕືອນການເກີດສຶນາມິ ແລະ ຍັງບໍ່ມິລາຍງານຄວາມເສຍຫາຍໃດໆ.

ເວັບໄຊສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ແຈ້ງວ່າ: ແຜ່ນດິນໄຫວມີຂະໜາດ 6,2 ຣິກເຕີ, ເກີດຂຶ້ນເວລາປະມານ 15:08 ໂມງ ຂອງວັນທີ 28 ສິງຫາ ຕາມເວລາທ້ອງຖິ່ນ ເຊິ່ງໄວກວ່າເວລາໃນບ້ານເຮົາ 1 ຊົ່ວໂມງ, ມີສູນກາງເລິກລົງໄປໃນທະເລ 8,6 ກິໂລແມັດ ແລະ ຢູ່ຫ່າງຈາກເມືອງກູປັງ ເມືອງເອກຂອງແຂວງນູຊາເຕັງກາຣາຕາເວັນອອກ ໃນໝູ່ເກາະຊຸນດານ້ອຍ ໄປທາງທິດຕາເວັນອອກສຽງໃຕ້ 99 ກິໂລແມັດ; ຫຼັງຈາກນັ້ນ, ປະມານ 5 ນາທີ ໄດ້ເກີດແຮງສັ່ນສະເທືອນຫຼັງແຜ່ນດິນໄຫວ ຫຼື ອາບເຕີຊັອກ ຂະໜາດ 5,6 ຣິກເຕີ ຫ່າງຈາກເມືອງກູປັງ ໄປທາງທິດຕາເວັນອອກສຽງໃຕ້ 79 ກິໂລແມັດ.

ຊາວເມືອງກູປັງ ເປີດເຜີຍວ່າ: ຮູ້ສຶກໄດ້ເຖິງແຮງສັ່ນສະເທືອນຢູ່ຫຼາຍວິນາທີ ຈົນເຮັດໃຫ້ນຶກເຖິງແຜ່ນດິນໄຫວ ທີ່ເກີດຢູ່ເກາະລົມບົກ ທີ່ເກີດຂຶ້ນຫຼາຍຄັ້ງ ໃນໄລຍະບໍ່ດົນມານີ້.