ທ້າວ ພູເງິນ ຫຼື ຈ່ອຍ ອາຍຸ 30 ປີ ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຫາພົ້ນໂທດໄດ້ 2 ເດືອນ ຖືກເຈົ້າໜ້າທີ່ຈັບກຸມເປັນຄັ້ງທີ 2 ໃນຂໍ້ຫາເກົ່າມີຢາເສບຕິດ ແລະ ມີ ອາວຸດເສິກໄວ້ຄອບຄອງ.

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ພູເງິນ ເຄີຍຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດອິດສະຫຼະພາບຈໍາຄຸກ 5 ປີ ໃນສະຖານມີຢາເສບຕິດປະເພດຢາບ້າໄວ້ຄອບຄອງຖືກປະຕິບັດໂທດຢູ່ຄ້າຍຄຸມຂັງ ນະຄອນຫຼວງວຽງຈັນ (ນາໂນ), ໄດ້ປະຕິບັດໂທດໝົດແລ້ວປ່ອຍຕົວ ອອກມາ; ຈາກນັ້ນ, ໄດ້ມາເຄື່ອນໄຫວພົວພັນກັບຢາເສບຕິດ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດ 1191 ອອກກວດກາລາດຕະເວນຖືກກັກ ແລະ ຄົ້ນຕົວ ພົບເຫັນຢາບ້າຈໍານວນ 109 ເມັດ ແລະ ປືນສັ້ນ K59 ຈໍານວນ 1 ກະບອກ ແລະ ລູກປືນ 8 ລູກ ຈຶ່ງນໍາຕົວຜູ້ກ່ຽວສົ່ງໃຫ້ກອງຄະດີດໍາເນີນຄະດີ.

ຜ່ານການສອບສວນຜູ້ຖືກຫາສາລະພາບວ່າ: ພາຍຫຼັງພົ້ນໂທດ ໃນວັນທີ 18 ມິຖຸນາ 2018, ກໍກັບໄປພົວພັນກັບຢາເສບຕິດອີກ ໂດຍໄດ້ເຄື່ອນໄຫວຊື້ຢານໍາໄວລຸ້ນຢູ່ແຖວຮ້ານເກມຫຼາຍຄັ້ງ, ສໍາລັບປືນສັ້ນເປັນຂອງໝູ່ທີ່ມາຈໍາເອົາ ເງິນຈໍານວນ 3.000 ບາດ ແຕ່ບໍ່ມາພົວພັນເອົາ. ມາຮອດວັນທີ 18 ສິງຫາ 2018, ໃນເວລາ 22:00 ໂມງ ກໍາລັງກັບຈາກໄປຊື້ຢາບ້ານໍາໄວລຸ້ນຢູ່ວົງວຽນຈີນາຍໂມ້ ຈໍານວນ 109 ເມັດ ໂດຍຂີ່ລົດຈັກມຸ່ງໜ້າໄປທາງໄຟແດງໜອງ ໄຮ ພໍໄປຮອດເຂດບ້ານໜອງໄຮ ຖືກເຈົ້າໜ້າທີ່ກັກ ແລະ ກວດຄົ້ນຕົວພົບຢາບ້າ ແລະ ອາວຸດເສິກປືນສັ້ນ K59 ພ້ອມລູກກະສຸນຈໍານວນດັ່ງກ່າວ.