ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສົມທົບກັບ ປກສ ກຸ່ມ II ໂພນເຄັງ ໄດ້ເຂົ້າແກ້ໄຂຈຸດມົ້ວສຸມຢາເສບຕິດຢູ່ຫ້ອງແຖວ ແລະ ຢູ່ຮ້ານເກມບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ທັງສອງຈຸດ ສາມາດຈັບຕົວຜູ້ມົ້ວສຸມ 22 ຄົນ ຍິງ 2 ຄົນ. ໃນນີ້, ພົວພັນຄ້າຂາຍຢາເສບ ຕິດ 5 ຄົນ ພ້ອມຢາບ້າ 131 ເມັດ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າ: ຢູ່ຫ້ອງແຖວ ແລະ ຮ້ານເກມ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ມີກຸ່ມໄວລຸ້ນຈໍານວນຫຼາຍມົ້ວສຸມຢາເສບຕິດ. ຈາກນັ້ນ, ຈຶ່ງໄດ້ຂຶ້ນແຜນມ້າງເປົ້າໝາຍຄ້າຂາຍຢາເສບຕິດ ທັງສອງຈຸດ ດັ່ງກ່າວ, ຮອດເວລາປະມານ 23:30 ໂມງ ຂອງວັນທີ 23 ສິງຫາ 2018 ໄດ້ ລົງແກ້ໄຂຈຸດມົ້ວສຸມຢູ່ຫ້ອງແຖວ, ເຊິ່ງ ທ້າວ ນູ ຫຼື ວັນ ອາຍຸ 22 ປີ ບ້ານບຶກດົງ ເມືອງຈໍາພອນ ແຂວງສະຫວັນນະເຂດ ແລະ ທ້າວ ຕຸ້ຍ ອາຍຸ 26 ປີ ບ້ານນາຫຼີ່ວ ເມືອງຊໍາເໜືອ ແຂວງຫົວພັນ ເປັນຄົນເຊົ່າ ພ້ອມທັງຈັບຜູ້ມົ້ວສຸມໄດ້ 11 ຄົນ.


ໃນນີ້, ຄ້າຂາຍຢາເສບຕິດ 4 ຄົນ ຊື່: ທ້າວ ສີວັນ ຫຼື ນ້ອຍ ອາຍຸ 28 ປີ ທັງສອງຢູ່ບ້ານນາແພງ ເມືອງທຸລະຄົມ ແຂວງວຽງຈັນ, ທ້າວ ຊາຍ ອາຍຸ 16 ປີ ພັກເຊົາຢູ່ບ້ານຈອມເພັດ ເມືອງສີສັດ ຕະນາກ, ທ້າວ ສຸກກະເສີມ ອາຍຸ 23 ປີ, ບ້ານສາລາຄໍາ ເມືອງຫາດຊາຍຟອງ ແລະ ທ້າວ ອານົງຄານ ຫຼື ແຫຼມ ອາຍຸ 38 ປີ ບ້ານໄຊມຸງຄຸນ ເມືອງນາຊາຍ ທອງ ທັງສາມຢູ່ນະຄອນຫຼວງວຽງຈັນ ສາມາດຢຶດຂອງກາງໄດ້ຢາບ້າ 18 ເມັດ, ໂທລະສັບ 5 ໜ່ວຍ ແລະ ລົດຈັກ 1 ຄັນ. ຈາກການສອບສວນ ແລະ ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຜູ້ຖືກຫາທັງ 4 ຄົນ ແມ່ນມີການພົວພັນຊື້-ຂາຍຢາເສບຕິດ ແຕ່ເປັນການຊື້-ຂາຍລາຍຍ່ອຍ. ສໍາລັບ ທ້າວ ສີວັນ ມີການພົວພັນຄະດີລັກລົດຈັກ ໄດ້ມອບໃຫ້ໜ່ວຍງານ ຄະດີເປີດກວ້າງຂະຫຍາຍຜົນ. ສ່ວນຈຸດທີ 2, ຢູ່ຮ້ານເກມ Sport internet ບ້ານທາດຫຼວງໃຕ້ ພົບຜູ້ມົ້ວສຸມໃນຮ້ານເກມ ຈໍານວນ 11 ຄົນ ຍິງ 2 ຄົນ; ໃນນີ້, ມີຜູ້ຄ້າຂາຍ 1 ຄົນ ຊື່ທ້າວ ທະນົງສັກ ອາຍຸ 65 ປີ ພ້ອມຢາບ້າ 73 ເມັດ ແລະ ພົບເຫັນຢາບ້າຕົກເຮ່ຍ ຢູ່ໃນຮ້ານເກມ 40 ເມັດ ໄປດໍາເນີນຄະດີ.

ຕໍ່ກັບ, ຜູ້ທີ່ມົ້ວສຸມ ເຈົ້າໜ້າທີ່ເອົາມາສຶກສາອົບຮົມມອບໃຫ້ຜູ້ປົກຄອງມາຮັບປະກັນ ແລະ ເຮັດບົດບັນທຶກ ເພື່ອບໍ່ໃຫ້ກັບມາມົ້ວສຸມໃນຄັ້ງຕໍ່ໄປ ແລະ ເຈົ້າໜ້າທີ່ໄດ້ຄັດເລືອກຜູ້ທີ່ຕິດຢາຂັ້ນຮ້າຍແຮງສົ່ງສູນບໍາບັດ.