ໃນວັນທີ 27 ສິງຫາ 2018, ຄະນະຮັບຜິດຊອບວຽກງານຕ້ານອັກຄີໄພ ແລະ ແກ້ໄຂສິ່ງແວດລ້ອມ ກອງກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໄດ້ນໍາເອົາເຄື່ອງໃນສັດທີ່ປົນເປື້ອນສານເຄມີ ຈໍານວນ 750 ກິໂລກຼາມ ທີ່ກວດຢຶດໄດ້ໃນບັນດາຮ້ານຂາຍຊີ້ນ ຢູ່ເຂດບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ໄປທໍາລາຍຖິ້ມ.

ພັທ ບຸນທະໜອມ ແກ້ວພິລາ ຮອງຫົວໜ້າຄະນະຮັບຜິດຊອບວຽກງານຕ້ານອັກຄີໄພ ແລະ ແກ້ໄຂສິ່ງແວດລ້ອມ ກອງກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຄື່ອງໃນສັດທີ່ນໍາມາທໍາລາຍຖິ້ມໃນຄັ້ງນີ້ ແມ່ນໄດ້ລົງກວດກາຢູ່ໃນບັນດາຮ້ານຂາຍຊີ້ນຢູ່ເຂດບ້ານທາດຫຼວງ ໃຕ້ພົບເຫັນເຄື່ອງໃນໝູ, ງົວ ແລະ ຄວາຍ ທີ່ມີສານປົນເປື້ອນ ແລະ ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ຈໍານວນ 750 ກິໂລກຼາມ;

ຫຼັງຈາກນັ້ນ, ໄດ້ຢຶດເອົາໄປທໍາລາຍຖິ້ມຢູ່ສະໜາມບໍາບັດຂີ້ເຫຍື້ອ ສ່ວນເຈົ້າຂອງຮ້ານ ໄດ້ເຮັດບົດບັນທຶກຕັກເຕືອນ ຖ້າຫາກຍັງມີການພົບເຫັນອີກ ກໍຈະໃຊ້ມາດຕະການທາງດ້ານກົດໝາຍ.

ໃນໂອກາດດຽວກັນ, ທ່ານໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸລະກິດ ໂດຍສະເພາະຜູ້ຮັບຂາຍຊີ້ນສັດຕ່າງໆຫ້າມເອົາເຄື່ອງໃນທີ່ມີສານປົນເປື້ອນມາຂາຍ ເພາະວ່າສານເຫຼົ່ານັ້ນອາດຈະໄປທໍາລາຍສຸຂະພາບຂອງຜູ້ບໍລິໂພກ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງເປັນຫູເປັນຕາຊ່ວຍກັນ ເມື່ອພົບເຫັນ ກໍໃຫ້ລາຍງານຕໍ່ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂ.