ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການຕ້ານການຄ້າມະນຸດ ແລະ ເອກະສານກ່ຽວຂ້ອງກັບ ວຽກງານຕ້ານການຄ້າມະນຸດ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2018 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ( ສູນ ICTC ), ເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ຈາກບັນ ດາກະຊວງ, ກົມກອງອ້ອມຂ້າງ ແລະ ຄະນະຜູ້ແທນຂັ້ນທ້ອງຖິ່ນ ຈາກ 18 ແຂວງ ເຂົ້າຮ່ວມ.

ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ທັງເປັນຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈຳການ) ໄດ້ຂຶ້ນຜ່ານດຳລັດ ສະບັບເລກທີ 245/ນຍ ລົງວັນທີ 3 ກໍລະກົດ 2018 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການຕ້ານການຄ້າມະນຸດ, ທີ່ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ຫຼັກການ, ແບບແຜນວິທີເຮັດວຽກຂອງ ຄະນະກຳມະການຕ້ານການຄ້າມະນຸດ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການຕ້ານການຄ້າມະນຸດ ໃຫ້ເປັນລະບົບ, ຖືກຕ້ອງ, ມີປະສິດທິຜົນ ແລະ ປະສິດທິພາບສູງ, ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ.

ພ້ອມທັງເຜີຍແຜ່ຄຳສັ່ງແນະນຳ ໃນການຈັດຕັ້ງຜັນຂະຫຍາຍວຽກງານຕ້ານການຄ້າມະນຸດ ໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ສະບັບເລກທີ 044/ຄຕມຊ ລົງວັນທີ 25 ກໍລະກົດ 2018 ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ, ແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຂອງນາຍົກລັດຖະມົນຕີ ເຂົ້າໃນແຕ່ລະຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ມີປະສິດທິຜົນສູງ, ສຳລັບທິດທາງໃນຕໍ່ໜ້າ, ພາກສ່ວນທີ່ກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນ ຈົ່ງຮີບຮ້ອນຈັດຕັ້ງຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫຼວງວຽງຈັນ, ຂັ້ນເມືອງເທດສະບານ, ນະຄອນ, ພ້ອມທັງກອງເລຂາຂັ້ນຂອງຕົນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງລົງຮອດທ້ອງຖິ່ນ ແຕ່ງຕັ້ງພະນັກງານຮັບຜິດຊອບວຽກງານຕ້ານການຄ້າມະນຸດ ໃຫ້ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບ ເພື່ອເອົາໃຈໃສ່ໃນການໂຄສະນະສຶກສາອົບຮົມໃຫ້ທົ່ວສັງຄົມເຊື່ອມຊຶມກຳແໜ້ນ, ເຫັນໄດ້ຄວາມໝາຍ-ຄວາມສຳຄັນ ແລະ ຄວາມເປັນອັນຕະລາຍຂອງການຄ້າມະນຸດໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ຍົກສູງຈິດໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ສ້າງ ແລະ ປູກຈິດສຳນຶກໃຫ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ທຸກຊັ້ນຄົນ, ທຸກເພດ, ທຸກໄວ ແລະ ທຸກອົງການຈັດຕັ້ງຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ.