ປັດຈຸບັນ, ນະຄອນຫຼວງວຽງຈັນ ກໍາລັງດໍາເນີນແຜນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງ ສາຍຫຼັກຢູ່ບັນດາ 4 ຕົວເມືອງ; ໃນນີ້, ເມືອງໄຊເສດຖາ ຄະນະຈັດສັນຄວາມບ່ໍເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ສາຍຫຼັກ ໄດ້ປະຕິບັດການຈັດສັນເລີກຮື້ບັນດາຮ້ານຂາຍເຄື່ອງຍ່ອຍຂອງປະຊາຊົນທີ່ປຸກເທີບ-ເງີບ ກາຍເຂດສະ ຫງວນທາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ແຕ່ມີປະຊາຊົນຈໍານວນໜຶ່ງຍັງບໍ່ທັນໃຫ້ຄວາມຮ່ວມມືເທົ່າທີ່ຄວນ ມີຫາງສຽງຈົ່ມວ່າຕໍ່ເຈົ້າໜ້າທີ່ວ່າ ປະຕິບັດໜ້າທີເກີນເຫດ, ຍິ່ງກວ່ານັ້ນ ແມ່ນຮຽກຮ້ອງເອົາຄ່າຊົດເຊີຍ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນອີງຕາມການຕົກລົງ ວ່າດ້ວຍການເປີດຂະບວນການແຂ່ງຂັນຮັກຊາດ -ພັດທະນາ ຕິດພັນກັບຂະບວນການ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການຂອງເມືອງໄຊເສດຖາ 2017-2020, ເຊິ່ງເລີ່ມຈັດຕັ້ງມາແຕ່ວັນທີ 2 ມັງກອນ 2018; ໃນເບື້ອງຕົ້ນ, ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍພາຍ ໃນເມືອງໄຊເສດຖາ ໄດ້ລົງເກັບກໍາຂໍ້ມູນກ່ຽວກັບການຕໍ່ເທີບ-ເງີບ, ຜ້າຢາງກັນແດດ, ກອງຫີນ, ກອງຊາຍ, ການວາງສິນຄ້າ, ຄ້າຂາຍຊະຊາຍ ກວມເຂດສະຫງວນທາງ ຕິດຕັ້ງປ້າຍໂຄສະນາຕາມສະຖານທີ່ສະທາລະນະ, ເຂດສະ ຫງວນທາງ, ປ້າຍຊຸດໂຊມ, ການຈອດລົດຂຶ້ນ-ລົງສິນຄ້າ, ອະນາໄມ, ເກັບມ້ຽນຂີ້ເຫຍື້ອ, ປ່ອຍນໍ້າເປື້ອນ, ປະດັບປະດາຕາມແຕ່ລະເສັ້ນທາງສາຍຫຼັກ ເພື່ອໃຫ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ.

ບັນດາເສັ້ນທາງທີ່ຈັດສັນຄືນໃໝ່ ພາຍໃນເມືອງໄຊເສດຖາ ມີ 5 ເສັ້ນ ທາງ ຄື: ເສັ້ນທາງໄກສອນ ແຕ່ 3 ແຍກ ປະຕູໄຊ ຫາ ຫໍປະຊຸມຫຼັກ 6, ເສັ້ນທາງໜອງບອນ ແຕ່ເຂດວັດບ້ານຝາຍ ຫາ 4 ແຍກໄຟແດງທາດຝຸ່ນ-ໂພນໄຊ-ນາໄຊ -ໜອງບອນ-ຫາວົງວຽນ 450 ປີ, ເສັ້ນ ທາງ 23 ສິງຫາ ເລີ່ມແຕ່ 3 ແຍກປະຕູໄຊ-ເດີ່ນພະທາດຫຼວງ, ເສັ້ນທາງທາດຫຼວງແຕ່ວົງວຽນທາດຫຼວງ-ບຶງທາດ ຫຼວງບ້ານຫົວຂົວ-ໂນນສະຫວ່າງ-ວັງຊາຍ, ແຕ່ໜອງໜ່ຽງ ຮອດ 4 ແຍກໄຟ ແດງໜອງໜ່ຽງ ແລະ ເສັ້ນທາງກໍາແພງເມືອງ ແມ່ນແຕ່ 3 ແຍກຂົວຮ່ອງແຊງ ຫາຂອບເຂດໂພນທັນ. ສະເພາະເສັ້ນທາງທີ່ທົດລອງຈັດຕັ້ງປະຕິບັດກ່ອນແມ່ນ 2 ເສັ້ນທາງ ຄື: ເສັ້ນທາງທາດຫຼວງ ແລະ ເສັ້ນທາງກໍາແພງເມືອງ ໂດຍເລີ່ມຈັດຕັ້ງປະຕິບັດການຈັດສັນ ແຕ່ວັນທີ 22 ສິງຫາ ເປັນຕົ້ນມາ ໂດຍເລີ່ມລົງມືເຮັດທົດລອງຢູ່ເສັ້ນທາງແຕ່ວົງວຽນທາດຫຼວງ ຫາວົງວຽງສະໜາມມ້າ, ເຊິ່ງແມ່ນໄດ້ເຜີຍແຜ່ບັນດາກົດໝາຍ ແລະ ລະບຽບການຕ່າງໆໃຫ້ປະຊາຊົນທີ່ມີຮ້ານຂາຍເຄື່ອງປຸກເທີບ-ເງີບກາຍເຂດສະຫງວນທາງ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນຈິດໃຈຕໍແນວທາງ ຂອງອໍານາດການປົກຄອງນະຄອນຫຼວງ ກໍຄືພັກ-ລັດ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໂດຍຕິດພັນກັບການແກ້ໄຂການສັນຈອນແອອັດໃນຕົວເມືອງ.

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ທັງເປັນຫົວໜ້າຂະ ບວນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອນພາຍໃນເມືອງໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນ ວັນທີ 28 ສິງຫາ 2018 ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ປະຊາຊົນຈໍານວນຫຼາຍແມ່ນໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກເປັນຢ່າງດີ, ສ່ວນຫຼາຍປະຊາຊົນແມ່ນຕື່ນຕົວຮູ້ວ່າ ປຸກເທີບກາຍຂອບເຂດສະຫງວນທາງ ແລ້ວແມ່ນໄດ້ພາກັນມ້າງເອງ ແລະ ຈັດສັນສິ່ງທີ່ກີດຂວາງເຂດທາງສະຫງວນຕາມໜ້າເຮືອນ ແລະ ຮ້ານຂອງໃຜລາວ. ແຕ່ມີປະຊາຊົນຈໍານວນໜຶ່ງທີ່ຂັດກັບຜົນປະໂຫຍດຂອງເຂົາເຈົ້ານັ້ນ, ຮ້ານຂາຍເຄື່ອງຍ່ອຍທີ່ປຸກເທີບເງີບກາຍເຂດສະຫງວນທາງ ແມ່ນຍັງບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ເທົ່າທີ່ຄວນ ໂດຍບໍ່ສົ ໃຈນໍາໜັງສືແຈ້ງການຕ່າງໆຂອງຂັ້ນເທິງ ແລະ ຄໍາແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຍັງເຫັນແກ່ຜົນປະໂຫຍດເກີນໄປ ໂດຍບ່ໍເຫັນແກ່ສ່ວນລວມ ທັງໆທີ່ຕົວເອງ ເຮັດຜິດລະບຽບທີ່ກໍານົດໄວ້, ເຊິ່ງໄດ້ຕັ້ງເທີບ-ເງີບ ແລະ ວາງສິ່ງຂອງກາຍເຂດສະຫງວນເສັ້ນທາງ.

ຍິ່ງກວ່ານັ້ນ, ກໍລະນີເຈົ້າໜ້າທີ່ລົງໄປຈັດຕັ້ງເລີກຮື້ຖອນອອ ຈາກເຂດສະຫງວນທາງແມ່ນຍັງຈົ່ມວ່າໃຫ້ເຈົ້າໜ້າທີ່, ບາງຄົນຍັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຊົດໃຊ້ຄວາມເສຍຫາຍທີ່ພວກເຂົາກໍ່ສ້າງກໍມີ. ຢ່າງໃດກໍຕາມ, ການຈັດສັນຄວາມ ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຂອງເຈົ້າໜ້າທີ່ໃນຄັ້ງນີ້ ບໍ່ໄດ້ເຮັດເພື່ອບຸກຄົນໃດໜຶ່ງເທົ່ານັ້ນ, ແຕ່ເຮັດເພື່ອສ່ວນລວມ, ຄວາມສວຍງາມ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ. ສະນັ້ນ, ປະຊາຊົນຜູ້ທີ່ອາໄສຕາມແຄມທາງສາຍຫຼັກທີ່ນໍາສະເໜີຂ້າງເທິງນີ້ ຖ້າຫາກຄອບຄົວໃດຫາກມີການປຸກເທີບ-ເງີບເພື່ອຂາຍເຄື່ອງ ຫຼື ຈຸດ ປະສົງໃດກໍຕາມ ແລະ ວາງສິ່ງຂອງຕ່າງໆກວມເອົາເຂດສະຫງວນເສັ້ນທາງຕ້ອງໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ໂດຍພາກັນຮື້ຖອນອອກໂດຍໄວ, ຖ້າບ່ໍດັ່ງນັ້ນ, ເຈົ້າໜ້າທີ່ ຈະລົງມືຈັດຕັ້ງປະຕິບັດມາດຕະການເລີກຮື້ໃຫ້ ເພື່ອເຮັດໃຫ້ຂົງເຂດການສັນຈອນ, ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມຕາມເສັ້ນທາງພາຍໃນເມືອງໄຊເສດຖາ.